6th ASEF Rectors’ Conference and Students’ Forum (ARC6)
6th ASEF Rectors’ Conference and Students’
Forum (ARC6)
ໂຄງການ ASEF Rectors’ Conference and Students’ Forum ຫຼື ARC ແມ່ນສ້າງຕັ້ງຂຶ້ນໃນປີ 2008 ແລະ
ເປັນສູນລວມໃຫ້ແກ່ນັກສຶກສາລະຫວ່າງອາຊີ ກັບ ຢູໂຣບ ສໍາລັບຜູ້ທີ່ມີຄວາມສົນໃຈໃນ ລັດຖະສາດ
ແລະ ການເມືອງ ໂດຍໂຄງການເອງຈະແບ່ງອອກເປັນ 3 ແບບຫຼັກຄື: ການສຶກສາຂໍ້ເທັດຈິງ,
ການຄົ້ນຄວ້າ ແລະ ການສົນທະນາຕ່າງໆ ທີ່ກ່ຽວກັບນະໂຍບາຍ ແລະ ການປະຕິບັດ.
ແຕ່ຂ້ອຍເອງຈະມາເນັ້ນກ່ຽວກັບ
ກອງປະຊຸມ 6th ASEF Rectors’ Conference
and students’ Forum (ARC6) ພາຍໃຕ້ຫົວຂໍ້ Future-ready
Universities and Graduates: Quality Education Beyond the Horizon ທີ່ຂ້ອຍເອງໄດ້ມີໂອກາດເຂົ້າຮ່ວມໂຄງການໃນວັນທີ 9 ຫາ 12 ເດືອນ 10 ປີ 2017
ສ່ວນວັນທີ 12-13/10/2017 ແມ່ນກອງປະຊຸມ Rectors’ Conference ທີ່່ຈັດຂຶ້ນໃນປະເທດສິງກະໂປ.
ເຊິ່ງຈຸດປະສົງຂອງການຈັດຂຶ້ນໃນຄັ້ງນີ້ກໍ່ເພື່ອສຳຫຼວດຄວາມຕ້ອງການຂອງນັກສຶກສາທັງໃນ
ອາຊີ ແລະ ຢູໂຣບ ທີ່ກຳລັງຈະຮຽນຈົບໃນມະຫາໄລ ແລະ
ເປັນເວທິປຶກສາຫາລືກ່ຽວກັບປະເດັນນະໂຍບາຍການສຶກສາແບບໃຫມ່ ໂດຍຜົນງານທີ່ສຳເລັດສົມບູນ ຈະຖືກນຳສະເໜີໃນ ກອງປະຊຸມ
6th ASEM Education Ministers’ Meeting (ASEM ME6) ຕໍ່ໄປ.
ໃນເດືອນ ສິງຫາ ປີີ 2017 ເຊິ່ງຂ້ອຍເອງແມ່ນຖືກຄັດເລືອກເຂົ້າຮ່ວມໂຄງການ
ARC6 ໂດຍເປັນຕົວແທນຈາກປະເທດລາວ
ເຂົ້າຮ່ວມໂຄງການດັ່ງກ່າວທີ່ປະເທດສິງກະໂປ ແລະ ກໍ່ໄດ້ມີໂອກາດໄດ້ແຊປະສົບການຂອງຕົນທັງນອກ
ແລະ ໃນມະຫາວິທະຍາໄລ ລວມທັງ ບອກກ່າວກ່ຽວກັບປະເທດ ພາຍໃນກອງປະຊຸມ. ໂຄງການແມ່ນປະກອບມີ
2 ກອງປະຊຸມຄື: ກອງປະຊຸມຂອງນັກສຶກສາ (Students’ forum) ແລະ
ກອງປະຊຸມຂອງອະທິການບໍດີຂອງມະຫາວິທະຍາໄລ (Rectors’ Conference) ໂດຍເຊື່ອເຊີນຕົວແທນຫຼາຍກວ່າ 280 ທ່ານ ຈາກ ສະຖາບັນການສຶກສາ,
ຕົວແທນຈາກລັດຖະບານ, ນັກທຸລະກິດ ແລະ ອຸດສາຫະກຳ, ນັກສຶກສາ ແລະ ສະມາຄົມໄວໜຸ່ມ
ຕະຫຼອດຮອດ NGOs ແລະ IGOs. ເຊິ່ງໂຄງການເພິ່ນໄດ້ຄັດເລືອກເອົາຕົວແທນນັກສຶກສາປະເທດລະຄົນ
ຈາກປະເທດກຸ່ມ ອາເຊັມ (ASEM) ໂດຍຄັດເລືອກຕາມ ປະຫວັດການສຶກສາ,
ແລະ ຜູ້ທີ່ມີສ່ວນຮ່ວມໃນເລື່ອງນະໂຍບາຍການສຶກສາ. ໂຄງການນີ້ແມ່ນມີຂະໜາດໃຫຍ່ ແລະ
ມີທັດສະນະວິໄສທີ່ສູງ (ກວ້າງໄກ) ເຊິ່ງໃນຫົວຂໍ້ຂອງໂຄງການ Future-ready
Universities and Graduates: Quality Education Beyond the Horizon ກໍ່ເພື່ອສ້າງຜົນປະໂຫຍດອັນສູງສຸດໃຫ້ທຸກໆຝ່າຍ.
ຫລັງຈາກທີ່ໄດ້ຮັບຄັດເລືອກໃຫ້ເຂົ້າຮ່ວມໂຄງການແລ້ວ
ຜຸ້ເຂົ້າຮ່ວມທຸກໆຄົນຕ້ອງກຽມພ້ອມກ່ອນເພື່ອເຂົ້າຮ່ວມໂຄງການເປັນຢ່າງດີ ເປັນໄລຍະເວລາ 6
ອາທິດ ໂດຍ ການສົນທະນາ, ປຶກສາຫາລື ແລະ ສົ່ງງານມອບໝາຍງານ ຜ່ານທາງອອນໄລ
ເຊິ່ງກິດຈະກຳການກຽມພ້ອມນີ້ຈະແນະນຳໃຫ້ຜູ້ເຂົ້າຮ່ວມຮູ້ຈັກກ່ຽວກັບ ລະບົບນິເວດການສຶກສາ
ອາເຊັມ (The ASEM Education Ecosystem) ແລະ
ມຸມມອງຕ່າງໆ ກ່ຽວກັບການສຶກສາທີ່ມີຄຸນນະພາບ (Quality Education). ນອກຈາກນັ້ນພວກເຮົາຍັງສາມາດເຂົ້າເຖິງອຸປະກອນ ແລະ ແຫຼ່ງຂໍ້ມູນທີ່ກ່ຽວຂ້ອງທີ່ສຳຄັນຕ່າງໆ
ແລະ ມີການສຳມະນາອອນໄລ ໂດຍ ຜູ້ບັນຍາຍ ແລະ ຄູ່ສົນທະນາລະດັບສູງ ແລະ ຍັງເຮັດວຽກທີ່ຖືກມອບໝາຍໃຫ້ແບບດ່ຽວ
ແລະ ແບບກຸ່ມທີ່ສອດຄ່ອງກັບຫົວຂໍ້ຍ່ອຍຂອງໂຄງການ ທັງ 3 ຢ່າງນັ້ນ:
1. Interdisciplinarity in Education and Research;
2. Lifelong Learning: Holistic and
Global Education;
ເຊິ່ງ
ການຕິດຕໍ່ສື່ສານກັນກະເປັນພາກສ່ວນທີ່ສຳຄັນຫລາຍໆໃນໄລຍະການຕຽມຕົວນີ້ ແລະ ໄລຍະນີ້
ແມ່ນຊ່ວຍພວກເຮົາທຸກຄົນຫລາຍຢ່າງເພື່ອກຽມພ້ອມສູ່ໂຄງການ ARC6 ແລະ ເພື່ອກຳນົດຜົນລັບ.
ຂໍ້ແນະນໍຳກ່ຽວກັບນະໂຍບາຍການສຶກສາທີ່ພວກເຮົາທຸກຄົນສ້າງຂຶ້ນແມ່ນມີຄວາມສຳຄັນຫລາຍ
ເພາະມັນເຮັດໃຫ້ພວກເຮົາໄດ້ມີໂອກາດອອກຄວາມຄິດເຫັນຕ່າງໆໄດ້ຢ່າງເຕັມທີ່
ບໍ່ວ່າຈະເປັນການແຊ ປະສົບການ, ແນວຄວາມຄິດ, ຄໍາແນະນຳ, ແລະ ວິທີການແກ້ໄຂບັນຫາ
ຂອງພວກເຮົາ ເພື່ອສົ່ງຕໍ່ໄປຍັງ ມະຫາວິທະຍາໄລ ແລະ ຜູ້ນໍາທາງທຸລະກິດ
ເພື່ອພັດທະນານະໂຍບາຍການສຶກສາໃຫ້ດີຂຶ້ນເລື້ອຍໆ ແລະ ກໍ່ເພື່ອໃຫ້ນັກສຶກສາພ້ອມກ້າວອອກຈາກຮົ້ວຂອງມະຫາວິທະຍາໄລຢ່າງແທ້ຈິງ.
ຫຼັງຈາກກອງປະຊຸມທັງສອງໄດ້ສິ້ນສຸດລົງ
ຜົນສະຫຼຸບກໍ່ຈະຖືກລວບລວມສົ່ງຕໍ່ໄປສະເໜີກອງປະຊຸມ ອາເຊັມ ຄັ້ງທີ
6.
ສຳລັບໄລຍະການກະກຽມສະຫລຸບໃຫ້ຫຍໍ້ເທົ່ານີ້
ຖ້າທ່ານຕ້ອງການຢາກຮູ້ເພີ່ມເຕີມແມ່ນສາມາດຖາມມາຍັງທາງ Messenger ໄດ້.
ຂ້ອຍເອງແມ່ນໄປກ່ອນກອງປະຊຸມສອງມື້
ເພື່ອໄປທ່ຽວພັກຜ່ອນກ່ອນ 555
ໂດຍໄປພັກກັບໝູ່ສິງກະໂປທີ່ຫໍພັກມະວິທະຍາໄລເຕັກໂນໂລຊີນັນຍາງ (NTU) ເຊິ່ງເປັນໝູ່ທີ່ພົບເຫັນກັນຢູ່ໃນໂຄງການ
YSEALI Generation: Ecommunity Workshop in Hanoi, Vietnam ໃນ
ເດືອນ 8/2017 ໄລເລ່ຍກັບໂຄງການ ARC6 ຫະໆ. ຢູ່ແບບຟຣີໆງານນີ້້
ຊໍ້າບໍ່ໜໍ່າຍັງເສຍສະຫຼະເວລາແນະນຳກ່ຽວກັບມະຫາໄລເພິ່ນຮຽນຢູ່ ແລະ ພາໄປເລາະທ່ຽວ 555++
ຫໍພັກ NTU
ສູນການຮຽນຮູ້
ທີ່ NTU
ໄດ້ເຂົ້າຟັງງານ TEDxNTU
ຖ່າຍຮູບກັບໝູ່ສິງກະໂປ ແລະ ໄປເລາະຫລາຍໆບ່ອນອີກຮູບຖ່າຍກະຫລາຍເກີນບັນຈຸ
555++
Ø ບາດນີ້ມາເລີ່ມຮູ້ເລີຍກັນວ່າຢູ່ພາຍໃນກອງປະຊຸມນີ້ເຮັດຫຍັງແນ່:
v ວັນທຳອິດຂອງກອງປະຊຸມ
- ຕະຫລອດມື້ທຳອິດ ແມ່ນ
ເປັນການ ແຊັກ ອິນ ແລະ ລົງທະບຽນ ເຂົ້າບ່ອນພັກ ຈົນຮອດ 17:00 ແມ່ນ ອອກເດີນທາງໄປ ມະຫາວິທະຍາໄລການບໍລິຫານດ້ານການຈັດການແຫ່ງສິງກະໂປ
(SMU) ນໍາທາງໂດຍ ຄະນະເອກອັກຄະລາຣາຊະທູດຂອງ SMU
(the SMU Ambassadorial Corps (ASMU) ໃນເວລາ 16:00-17:00, ແລະ
ການແນະນຳຕົວສັ້ນໆຂອງມະຫາວິທະຍາໄລເພິ່ນ ແລະ ໂຄງການ ໃນເວລາ 17:30-18:00.
- ໄລຍະເວລາ
19:00-21:00 ເປັນຊ່ວງການບອກເລົ່າກ່ຽວກັບການຈະເລີນເຕີບໂຕຂອງການສຶກສາໃນປະເທດສິງກະໂປ ໂດຍທ່ານ
Professor Leo TAN, ASEF Governor ແລະຫົວຂໍ້ອື່ນໆທີ່ຫນ້າສົນໃຈຫລາຍ.
ຫຼັງຈາກງານຕອນຮັບຈົບລົງ ມັນກໍ່ເຖິງເວລາ (ບໍ່)ກັບຫ້ອງ ເພາະໄປຍ່າງເລາະຫຼິ້ນຕໍ່
555++.
v ວັນທີ 2 ຂອງກອງປະຊຸມ
- ໃນເວລາ 8:30
ຫຼັງອາຫານເຊົ້າ ກໍ່ເຖິງເວລາເດີນທາງໄປ SMU Admin
Building ແລະ ເປັນຊ່ວງທີ່ Professor Arnoud De Meyer,
President of SMU; Ambassador Karsten Warnecke, Executive Director of ASEF, ບັນຍາຍກ່ຽວກັບ ‘Looking back to look forward- ພາກທຳອິດຫົວຂໍ້ຍ່ອຍ
“How education has shaped me and paved my way…”’ ຫຼັງຈາກນັ້ນກໍໄດ້ຖ່າຍຮູບກຸ່ມ
ແລະ ລວມຕໍ່ໂດຍຈະມີການສົນທະນາກັນກ່ຽວກັບ Tri-sector Dialogue on Education ໂດຍທ່ານ Bernise Ang, Principal and Methodology Lead at Zeroth
Labs; Safi Sabuni; Doctor Bervyn Lee Peng Hui, Associate Dean of Students at
SMU: and DR Martina Mettgenberg Lemiere, Head of Insights and Capacity Building
at ASIAN Venture Philanthrophy Network (AVPN) ແລະ ໂດຍທ່ານນາງ Leonie
Nagarajan ເປັນຜູ້ສຳພາດ ຈຸດປະສົງກໍ່ເພື່ອເຕີມເຕັມແນວຄວາມຄິດໃຫ້ຜູ້ຮັບຟັງບັນລຸການສຶກສາທີ່ມີຄຸນນະພາບໄດ້ສຳເລັດຈາກມຸມມອງ
ທຸລະກິດ, ນະໂຍບາຍ, ສັງຄົມ, ແລະ ມະຫາວິທະຍາໄລ.
- ຫຼັງຈາກຊ່ວງພັກຜ່ອນ
ພວກເຮົາກໍ່ມີການສົນທະນາກັນກ່ຽວກັບ IQ/EQ
Chit-Chat ກັບຜູ້ບັນຍາຍ ຫຼື ບອກເລົ່າທາງເວທີ (Panellists) ຈຸດປະສົງກໍ່ເພື່່ອ ໃຫ້ນັກສຶກສາ
ແລະ ຜູ້ບອກເລົ່າ ໄດ້ແລກປ່ຽນຄໍາຄິດເຫັນເຊິ່່ງກັນ ແລະ ກັນ. ໃນເວລາ 12:00
ພວກເຮົາກໍ່ເດີນທາງໄປ ຕຶກອາຄານກົດໝາຍຂອງເອັສເອັມຢູ ແລະ ຫຼັງຈາກອາຫານທ່ຽງ
ພວກເຮົາກໍ່ຕໍ່ການພຣີເຊັນກຸ່ມຕາມຫົວຂໍ້ທີ່ຖືກມອບໝາຍໃຫ້
ທີ່ມີການຕອບໂຕ້ກັນຢ່າງດຸເດືອດຂອງແຕ່ລະກຸ່ມ (Rapid Fire Presentation in
Plenary) ວຽກກຸ່ມພຣີເຊັນນີ້ແມ່ນຕຽມກັນມາກ່ອນແລ້ວໃນໄລຍະ ກະກຽມ.
ຕໍ່ຈາກນັ້ນກໍ່ມາເຖິງຫົວຂໍ້ ‘Borderless Learning & Sharing’ ແຕ່ລະຄົນແມ່ນແຍກຍ້າຍເຂົ້າໄປລວມຕົວກັບກຸ່ມຕົນເອງໃນແຕ່ລະຫ້ອງປະຊຸມຂອງຕົນເອງ
ເພື່ອສືບຕໍ່ເຮັດວຽກກຸ່ມໃນຫົວຂໍ້ໃຫມ່ ພ້ອມມີທີ່ປຶກສາໃຫ້. ຫຼັງຈາກການເສັດສິ້ນຂອງວັນທີ
2 ກໍ່ເຖິງເວລາອາຫານຄ່ຳຢູ່ເທິງດາດຟ້າຂອງຕຶກກົດໝາຍເອັສເອັມຢູ ເປັນເຈົ້າພາບໂດຍ Erasmus
+ Student and Alumni Association (ESAA). ແລະ
ນອກນັ້ນພວກເຮົາຍັງໄດ້ຮັບການຕອນຮັບຈາກ ຫລາຍໆທ່ານທີ່ສຳຄັນ.
v ວັນທີ 3 ຂອງກອງປະຊຸມ
- - ເວລາ 9:15-10:30
ແຕ່ລະກຸ່ມກໍ່ສືບຕໍ່ວຽກທີ່ຖືກມອບໝາຍໃຫ້.
- - ເວລາ
11:00-12:30 ກຳນົດກົດເກນວຽກທີ່ມອບໝາຍໃຫ້ ຈຸດປະສົງກໍ່ເພື່ອສຳຫຼວດ ວິທີການແກ້ໄຂຢ່າງມີປະສິດທິພາບຕໍ່ບັນຫາທີ່ກ່ຽວຂ້ອງກັບການສຶກສາທີ່ມີປະສິດທິພາບ
ແລະ ເລີ່ມກຳນົດຂໍ້ສະເໜີກ່ຽວກັບນະໂຍບາຍການສຶກສານັ້ນ
- - ຊ່ວງເວລາ
12:00-14:00 ແມ່ນເວລາອາຫານທ່ຽງ ແລະ ການຮຽນຮຸ້ຈາກການແຊເລື່ອງຕ່າງຂອງແຕ່ລະບຸກຄົນ.
- - ເວລາ
14:00-15:30 ສືບຕໍ່ວຽກທີ່ຖືກມອບໝາຍ
- - ເວລາ
16:00-16:30 ແມ່ນເຖິງເວລາການພຣີເຊັນຜົນລັບຂອງແຕ່ລະກຸ່ມ ໂດຍໃນຫ້ອງປະຊຸມກຸ່ມໃຜລາວ.
- - ເວລາ
16:30-17:30 ກໍ່ເຖິງເວລາທີ່່ທັງສາມກຸ່ມມາລວມຕົວກັນພ້ອມດ້ວຍຜົນລັບຂອງວຽກມອບໝາຍຕາມແຕ່ລະຫົວຂໍ້- ຂອງກຸ່ມໃຜລາວເພື່ອສະຫຼຸບຜົນເຫຼົ່ານັ້ນນຳສະເໜີໄປ
ASEM ME6.
- - ເວລາ 19:00-21:00
ແມ່ນເປັນງານແລກປ່ຽນວັດທະນະທຳ ອາຊີ-ຢູໂຣບ
ທີ່ແຕ່ລະຄົນນຳສະແດງວັດທະນະທຳຂອງຕົນເອງໃຫ້ແກ່ຄົນອື່ນໄດ້ເບິ່ງໄດ້ຊົມ ເຊັ່ນ:
ການເຕັ້ນລຳ, ຮ້ອງເພງ, ແຕ່ງກາຍຊຸດປະເພນີ້ຂອງປະເທດຕົນ ແລະ ອື່່່ນໆທີປະທັບໃຈຫຼາຍ ແລະ
ຫຼັງຈາກຈົບງານແຕ່ລະຄົນກໍ່ພາກັນກັບຫ້ອງພັກໃຜລາວ ເພື່ອເອົາແຮງສູ່ຕໍ່ມື້້ຕໍ່ໄປ.
v ວັນທີ 4
- ເລີ່ມຕົ້ນວັນດ້ວຍງານເວີກຊອບພາຍໃຕ້ຄວາມຄິດ
‘Thought Workshops’ ເຊິ່ງຂ້ອຍເອງກະໄດ້ເຂົ້າຮ່ວມເວີກຊອບພາຍໃຕ້ຫົວຂໍ້ຍ່ອຍ
#1: ໂອກາດ ແລະ ອຸປະສັກໃນການເຄື່ອນຍ້າຍເຂົ້າສູ່ຮົ້ວມະຫາວິທະຍາໄລສຳລັບກຸ່ມຄົນດ້ອຍໂອກາດ
(Opportunities and obstacles for mobility of underrepresented groups in Higher
Education ງານມອບໝາຍຈາກ Magalie Soenen ກະຊວງສຶກສາທິການຂອງລັດຖະບານເຟລສມິດຊ໌
ແລະ ສຳນັກການເລຂາທິການການສຶກສາ ASEM 2017-2021. ຢູ່ໃນງານເວີກຊັອບນີ້້
ພວກເຮົາເອງແມ່ນມີກຸ່ມປຶກສາຫາລືກັນ ແລະ
ກໍ່ມີໂອກາດໄດ້ແຊແລກປ່ຽນຄວາມຄິດກັບຜູ້ເຂົ້າຮ່ວມຄົນອື່ນໆ.
ຂ້ອຍເອງກໍ່ໄດ້ມີໂອກາດແຊແນວຄວາມຄິດຂອງຕົນໃນກອງປະຊຸມນັ້ນ ເພາະກອງປະຊຸມຄວນທີ່ຈະລວມເອົາກຸ່ມຄົນທີ່ບໍ່ໄດ້ຮັບໂອກາດນັ້ນເຂົ້າເພີ່ມເຕີມເພື່ອຟັງແນວຄວາມຄິດຈາກພວກເຂົາໃຫ້ຫລາຍໆຂຶ້ນ
ແຕ່ກະມີບາງສ່ວນທີ່ຄັດຄ້ານກ່ຽວກັບເລື່ອງນີ້ ແຕ່ແນວໃດກໍ່ຕາມເລື່ອງນີ້ກໍ່ຖືກນຳເຂົາພິຈາລະນາ
ເພາະ ຂ້ອຍເອງ ຂ້ອຍກໍ່ຄິດວ່າຂ້ອຍກໍເປັນໜຶ່ງໃນກຸ່ມທີ່ດ້ອຍໂອກາດນັ້ນ
ແລະ ກໍ່ຍັງມີຫລາຍເລື່ອງທີ່ຂັດແຍ້ງກັນ
ແຕ່ເຖິງຢ່າງໃດມັນກໍ່ຈົບລົງບໍ່ໄດ້ດີ ເພາະຍັງມີຫລາຍຈຸດທີ່ຍັງຂາດຫາຍໄປ.
- ຫຼັງຈາກນັ້ນກໍ່ກອງປະຊຸມຊຸດ
2 ຂອງວັນພາຍໃຕ້ຫົວຂໍ້ ‘Look back to look forward:
International Conversations on Quality Education’ ໂດຍຫົວຂໍ້ນີ້ສົນທະນາໂດຍ
ກຸ່ມຄົນ 5 ທ່ານ ໃນໄວ 30s, 40s, 50s, 60s, ແລະ 70s ຈາກປະເທດ ຝຣັ່ງ, ສະເປນ, ແລະ ອິນເດຍ ໄດ້ແບ່ງປັນປະສົບການຂອງພວກເຂົາກ່ຽວກັບການສຶກສາໃນຍຸກກ່ອນສົມທຽບກັບປະຈຸບັນ
ແລະ ພວກເຮົາເອງກໍ່ໄດ້ມີໂອກາດຖາມພວກເພິ່ນ ແລະ ຄຳຕອບທີ່ໄດ້ແມ່ນປະທັບໃຈຫລາຍ ສະຫຼຸບຄື
ເຖິງວ່າເພິ່ນມີອາຍຸຫລາຍກໍ່ຕາມແຕ່ເພິ່ນກໍ່ບໍ່ມີວັນຖິ້ມການສຶກສາໄປໄດ້ ເຊິ່ງ
ໂມເດິເຣດເຕີ້ແມ່ນ ຕົວແທນຈາກ ASEF ທີ່ເປັນຄົນ ໄອຣແລນ.
- ຫຼັງຈາກອາຫານທ່ຽງແລ້ວ
ກໍເຖິງເວລາການເດີນທາງໄປຮຽນຮູ້ໄປ Study Visit ເຊິ່ງນຳທາງໂດຍຕົວແທນຈາກ SMUSA, NTUSU, ແລະ
NUSSU. ແຕ່ ຄົນສ່ວນຫລາຍແມ່ນແຍກຍ້າຍກັນໄປກຸ່ມໃຜລາວ
ສ່ວນຂ້ອຍເອງແມ່ນມັກຍ່າງທ່ຽວກັບຄົນທ້ອງຖິ່ນຫລາຍກວ່າເພາະເຂົາສາມາດອະທິບາຍກ່ຽວກັບສະຖານທີ່ຕ່າງໆໄດ້ເປັນຢ່າງດີ
ແລະ ໜ້າປະທັບໃຈຫລາຍໆ. ສະຖານທີ່ພວກເຮົາໄປຈະມີ: Semakau landfill island, Red
dot, the Singapore Philatelic Museum ແລະ
ບ່ອນທ່ອງທ່ຽວຈຸດສຳຄັນຕ່າງໆ ຜ່ານການຍ່າງທ່ຽວເຫັນຕຶກອາຄານເກົ່າ ແລະ
ໃຫມ່ທີ່ຫນ້າສົນໃຈຫລາຍ. ພວກເຮົາໄດ້ຍ່າງຂ້າມຂົວ Cavenagh ແລະ
ຜ່ານໂຮງແຮມທີ່ໂດ່ງດັງ ‘the Famous Fullerton Hotel’, ແລະ
ໂຮງແຮມ 5 ດາວ ທັງເປັນອາຄານໄປສະນີທົ່ວໄປ. ແນ່ນອນວ່າ ໄປແລ້ວໄປອີກ ກັບເມິໄລອອນ Merlion
ເຊິ່ງເປັນຈຸດທ່ອງທ່ຽວທີ່ໂດ່ງດັງ ແລະ ຍັງເປັນສັນຍາລັກການຕະຫລາດຂອງປະເທດສິງກະໂປອີກດ້ວຍ,
ຫໍພິພິດຕະພັນ ອາດໄຊເອິດ (Artscience Musuem) ກະບໍ່ພາດທີ່ຈະໄດ້ຂຶ້ນເບິ່ງ
ແລະ ຍ່າງເລາະ ກາເດິນບາຍເດິເບ (Garden by the bay) ນອກນັ້ນກະຍັງໄດ້ຊິມອາຫານຫລາຍແບບ
ແບບບໍ່ແຊບ ແລະ ແບບທີ່ແຊບສຳລັບຂ້ອຍ 555++.
v ມື້ສຸດທ້າຍຂອງກອງປະຊຸມ
- ເວລາ 8:30 ຫຼັງອາຫານເຊົ້າ
ພວກເຮົາກໍ່ເດີນທາງໄປຮ່ວມກອງປະຊຸມ ງານກໍ່ເປີດຂຶ້ນດ້ວຍຂໍຄວາມຈາກຜູ້ຈັດໂຄງການ ແລະ
ຄູ່ຮ່ວມຈັດກອງປະຊຸມ ທີ່ມີຊື່ວ່າ: Arnoud De
Meyer; Ambassador Karsten Warnecke; Professor Martine Rahier, Vice-President of
the Europen University Association (EUA); and Doctor Choltis Dhirathiti,
Executive Director of the Association of the Southeast Asian Nations (ASEAN)
University Network (AUN). ເຊິ່ງຂໍ້ຄວາມເປັນປັດໄຈຫຼັກ
ຂອງບົດບາດການສຶກສາຂອງສັງຄົມໃນອະນາຄົດ ໂດຍ: Ms Kamini Ramachandran,
Director of MoonShadow Stories and The storytelling Centre. ເຊິ່ງລາວເປັນຜູ້ເລົ່າເລື່ອງທີ່ມີຄວາມສາມາດ
ແລະ ໃຫ້ໜ້າຈື່ຈຳ ດັ່ງເລື່ອງລາວເລົ່າດັ່ງລຸ່ມນີ້:
- ຫຼັງຈາກຖ່າຍຮູບກຸ່ມແລ້ວ
ແລະ ເວລາການພັກຜ່ອນ, ໂປຣແກຣມກະສືບຕໍ່ດ້ວຍການສົນທະນາກັນ (Plenary Panel Discussion ປະກອບດ້ວຍ
Tri-sector Dialogue on Quality Education) ໂດຍທ່ານ Professor
Lily Kong Provost & Lee Kong Chian Chair Professor of Social Science at
SMU; Vincent QUAH, Business Development Lead at APJ- Edcuation and Amazon Web
Services (AWS); Professor Martina Rahier; Safi Sabuni; and Professor Wang
Libing ໂມເດິເຣດເດິ (Moderated by) Leonie Nagarajan. ;ຫຼັງຈາກ ‘Plenary-ARC Framwork and Handover’ ສະຫຼຸບແຜນງານຂອງ
ARC ເລີ່ມຕົ້ນການແນະນຳແຜນຮ່າງພື້ນຖານ ແລະ ກ່າວຈຸດປະສົງໂດຍ Nathalie
Sajda and Reka Tozsa, ARC6 Project Coordinators in ASEF’s Education Department.
ເຊິ່ງ 3 ຄົນທີ່ເປັນຕົວແທນໂຄງການ ARC6 ຈາກປະເທດ
ໂຄອາເທຍ, ນິວຊີແລນ, ແລະ ຍີ່ປຸ່ນ ໄດ້ໄປນຳສະເໜີຜົນສຳເລັດຂອງຂໍ້ສະເໜີນະໂຍບາຍການສຶກສາຂອງກອງປະຊຸມຄັ້ງນີ້ໃນກອງປະຊຸມໃຫຍ່
ASEM6 ທີ່ປະເທດເກົາຫຼີ. ໂປຣແກຣມກໍຈົບທ້າຍດ້ວຍການຮັບປະທານອາຫານລໍ້າລາຮ່ວມກັບ
ອະທິການບໍດີ, ຜູ້ວາງນະໂບບາຍການສຶກສາ, ຕົວແທນນັກທຸລະກິດ ແລະ ຜູ້ເຂົ້າຮ່ວມກອງປະຊຸມ
ເຊິ່ງເລີ່ມສົນທະນາກັນຢ່າງມ່ວນຊື່ນ.
§ ຫຼັງຈາກນັ້ນທຸກຄົນກໍແຍກຍ້າຍກັນອອກເດີນທາງກັບບ້ານເກີດ
ສ່ວນບາງຄົນກະໄປທ່ຽວປະເທດອື່ນຕໍ່.
Ø ຖ້າຫາກໃຜມີຄວາມສົນໃຈໃນໂຄງການແມ່ນຕິດຕາມຕາມລິງນີ້ ເພາະເພິ່ນມີຫລາຍໂຄງການທີ່ແຕກຕ່າງກັນໄປໃນແຕ່ລະປີ
=> https://asef.org ໂດຍເພິ່ນຈະມີ Facebook; Twitter, ແລະ ສື່ຕ່າງໃຫ້ຕິດຕາມ
ຂໍຂອບໃຈທຸກໆທ່ານ ແລະ ຖ້າຕິດຕາມເລື່ອງເລົ່າປະສົບການຈາກໂຄງການອື່ນໆຂອງຂ້ອຍໄດ້ອີກ.
ໂຕຂຽນຂ້າງເຖິງນີ້ແມ່ນເປັນພຽງສ່ວນໜື່ງຄ້າວໆທີ່ເລົ່າໃຫ້ຟັງ
ຖ້າໃຜມີຄວາມສົນໃຈແມ່ນສາມາດຖາມໄດ້ຕາມ Messenger ແລະ ຈະຕອບກັບໃຫ້ໄວທີ່ສຸດເທົ່າທີ່ຈະສາມາດເຮັດໄດ້.
ຂໍຂອບໃຈອີກຄັ້ງ ແລະ
ຖ້າສະໝັກໂຄງການນີ້ໄດ້ໃນປີ 2019 ໂດຍຈະຈັດຂຶ້ນທີ່ປະເທດ ໂຣມາເນຍ (Bucharest, Romania) ຂໍໃຫ້ທຸກຄົນຈົ່ງໂຊກດີ.
ເພີ່ມເຕີມ:
Comments
Post a Comment