ກິດຈະກໍາພົບປະອາສາພາຍໃຕ້ຫົວຂໍ້: ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສິດທິມະນຸດ ແລະ ການປົກປ້ອງເດັກ.




ໃນວັນທີ 30 ສິງຫາ 2019 ທີ່ຜ່ານມາພວກເຮົາໄດ້ຈັດງານກິດຈະກໍາພົບປະອາສາພາຍໃຕ້ຫົວຂໍ້: ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສິດທິມະນຸດ ແລະ ການປົກປ້ອງສິດທິເດັກຂຶ້ນ ທີ່ສູນສະຫວັນເຊັນເຕີ. ນີ້ແມ່ນການບອກເລົ່າຂອງຜູ້ເຂົ້າຮ່ວມກ່ຽວກັບສິ່ງທີ່ພວກເຂົາໄດ້ຮຽນຮູ້ຈາກງານ ແລະ ການນໍາໃຊ້ຄວາມຮູ້ ແລະ ວິທີການປະຕິບັດເຂົ້າໃນຊີວິດປະຈໍາວັນຂອງພວກເຂົາພາຍຫຼັງກິດຈະກໍາດັ່ງກ່າວ.



ຄຳປະເສີດ ວົງສາລາດ
ສິ່ງທີ່ໄດ້ຮຽນຮູ້ຈາກງານ
ສິ່ງທີ່ໄດ້ຮຽນຮູ້ຈາກກິດຈະກຳຄື ຄວາມຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ໃນຄຳວ່າ ສິດທິມະນຸດ ເຮັດໃຫ້ເຮົາຮູ້ຈັກວ່າເຮົາໃນນາມມະນຸດຜູ້ໜຶ່ງມີສິດທິຫຍັງແນ່ໃນການໃຊ້ຊີວິດໃນທຸກມື້ນີ້ ແລະ ກິດຈະກຳຄັ້ງນີ້ມັນໄດ້ສ້າງແຮງບັນດານໃຈທີ່ຈະໄປບອກຕໍ່ໆໃຫ້ກັບຄົນອື່ນໃນເລື່ອງ ສິດທິມະນຸດ.
ການນໍາໃຊ້ປະຕິບັດ
ສິ່ງທີ່ໄດ້ມາຈາກງານແລ້ວເອົາມານຳໃຊ້ໃນຊີວິດປະຈຳວັນມີ ການນໍາໃຊ້ສິດທິຂອງຕົນເອງໃຫ້ເກີດຜົນປະໂຫຍດແກ່ຕົນຫຼາຍທີ່ສຸດໂດຍທີ່ບໍ່ເຮັດໃຫ້ໃຜ ຫຼື ບຸກຄົນໃດເດືອດຮ້ອນຕົວຢ່າງ: ເຮົາມີສິດທີ່ຈະເວົ້າ ແລະ ສະແດງຄຳຄິດຄຳເຫັນໃນສິ່ງທີ່ເຮົາມີສ່ວນຮ່ວມ ແລະ ບໍ່ກະທົບຕໍ່ຝ່າຍໃດຝ່າຍໜຶ່ງ. ສິ່ງທີ່ປ່ຽນແປງ ເຫັນໄດ້ຊັດເຈນ ການໃຊ້ຊີວິດຂອງເຮົາໄດ້ແຕ່ລະມື້ ຄອຍຕັກເຕືອນໂຕເອງຕະຫຼອດ ກ່ຽວກັບການຮັກສາສິດທິຂອງຕົນເອງ ແລະບໍ່ໄປກ້າວກ່າຍສິດທິຂອງຄົນອື່ນ.

ພອນປະດິດ ເພັງສະຫວັດ
ສິ່ງທີ່ໄດ້ຮຽນຮູ້ຈາກງານ
ໄດ້ຮຽນຮູ້ການປົກປ້ອງສິດທິຂອງເດັກ ແລະ ວິທີການໃຫ້ຄໍາປຶກສາແກ່ພວກເຂົາ ແລະ ຍັງໄດ້ເຮັດໃຫ້ໂຕນ້ອງເອງນັ້ນໄດ້ຮູ້ວ່າໃນການອອກຄຳຄິດເຫັນໃນການປະຊຸມ, ອອກຄຳຄິດເຫັນໃນກິດຈະກຳຕ່າງໆແມ່ນເປັນສິ່ງທີ່ສຳຄັນຫຼາຍໃນການຮູ້ຈັກຂໍ້ບົກພ່ອງໃນບັນຫານັ້ນໆ ແລ້ວມາຫາວິທີແກ້ໄຂໃຫ້ມັນດີຂື້ນກວ່າເກົ່າ ລວມທັງເຮັດໃຫ້ໄວໜຸ່ມໄດ້ກ້າສະແດງອອກ ແລະ ພັດທະນາສັງຄົມໃຫ້ຫນ້າຢູ່​ຂຶ້ນ.
ການນໍາໃຊ້ປະຕິບັດ
ແມ່ນໄດ້ໃຊ້ວິທີປະຕິບັດຄືບໍ່ຄວນເວົ້າໃຫ້ຜູ້ອື່ນທີ່ມີປົມດ້ອຍ ແລະ ເວົ້າໃນສິ່ງທີ່ບໍ່ດີຕໍ່ຄົນອື່ນທັງທີ່ເຮົາເອງຮູ້ ຫຼື ບໍ່ຮູ້ກໍ່ຕາມ ເຊິ່ງມັນເຮັດໃຫ້ຊີວິດຄົນໆຫນຶ່ງຈາກຊີວິດທີ່ມີຄວາມສຸກກັບກາຍມາເປັນຊີວິດທີ່ມີຄວາມທຸກ ເຊິ່ງມັນຈະເຮັດໃຫ້ຄົນຜູ້ນັ້ນສາມາດກາຍເປັນຄົນທີ່ບໍ່ດີ ຫຼື ເຂົ້າຂັ້ນທຳຮ້າຍ​ຮ່າງກາຍ​ໄດ້.

ທ.ສົມໃຈ ຈວງໃບຄຳ               
ສິ່ງທີ່ໄດ້ຮຽນຮູ້ຈາກງານ
ຄວາມຮູ້ຄວາມເຂົ້າໃຈກ່ຽວກັບສິດທິມະນຸດ ແລະ ການປ້ອງກັນເດັກ ວ່າມະນຸດທຸກຄົນຕ່າງກໍມີສິດທີ່ຈະສະແດງຄວາມຄິດເຫັນຂອງຕົນ ແລະ ການສະແດງຄວາມເຄົາລົບຕໍ່ຄົນອື່ນ ໂດຍສະເພາະການຕໍ່ຕ້ານຄວາມຮຸນແຮງທີ່ເປັນໄພອັນຕະລາຍທີ່ເມື່ອເກີດຂື້ນກັບໃຜກໍສົ່ງຜົນລົບສະເໝີ. ສະນັ້ນ ສິດທິມະນຸດ ແລະ ການປ້ອງກັນເດັກຈຶ່ງເປັນສິ່ງທີ່ສຳຄັນຕໍ່ການຮັບຮູ້ ແລະ ເຂົ້າໃຈ ເພື່ອໃຫ້ທຸກຄົນລຸກຂື້ນນຳໃຊ້ສິດຂອງຕົນ ພ້ອມທັງເຄົາລົບສິດຂອງຜູ້ອື່ນອີກດ້ວຍ.
ການນໍາໃຊ້ປະຕິບັດ
-       ໄດ້ນຳໃຊ້ສິດຂອງຕົນເຂົ້າໃນການຕັດສິນໃຈເລືອກວ່າຄວນຈະເຮັດສິ່ງທີ່ຕົນຄວນເຮັດທີ່ເຫມາະສົມ ໂດຍບໍ່ກັງວົນຕໍ່ຄວາມຄິດຂອງຄົນອື່ນ.
-       ເລືອກທີ່ຈະຢຸດຕິການເບິ່ງຄົນໃນແງ່ລົບ ແລະ ຫັນມາເປັນການເຂົ້າໃຈຕົວຕົນຂອງເຂົາ ແລະ ເຄົາລົບຄວາມເປັນສ່ວນຕົວຂອງກັນຫຼາຍຂື້ນ.


Somphone MAITANA

ສິ່ງທີ່ໄດ້ຮຽນຮູ້ຈາກງານ
ໄດ້ຮູ້ກ່ຽວກັບສິດທິຂອງຕົນເອງ ແລະ ຂອງຄົນອື່ນ ເຊິ່ງນ້ອງກໍມີຄວາມຮູ້ສືກດີໃຈທີໄດ້ເຂົ້າຮ່ວມງານກິດຈະກໍາສິດທີມະນຸດໃນຄັ້ງນີ້.
ການນໍາໃຊ້ປະຕິບັດ
ຈະນຳເອົາບົດຮຽນດັ່ງກ່າວມາພັດທະນະເສີມສ້າງຕົນເອງ ປົກປ້ອງສິດທິຂອງຕົນເອງ ແລະ ຂອງຄົນອື່ນ ພ້ອມຈະນຳເອົາຂໍ້ມູນດັ່ງໄປພັດທະນາ ແລະ ບອກຄົນຕໍ່ໄປໃຫ້ໄດ້ຮູ້ກ່ຽວກັບສິດທິມະນຸດຂອງທຸກຄົນ.

ທິດທະພອນ ຄົງຄຳ
ສິ່ງທີ່ໄດ້ຮຽນຮູ້ຈາກງານ
ແມ່ນໄດ້ຮູ້ກ່ຽວກັບສິດທິຂອງມະນຸດວ່າທຸກຄົນມີສິດເທົ່າທຽມກັນ ແລະ ທຸກຄົນຕ້ອງໃຫ້ຄວາມເຄົາລົບຕໍ່ສິດທິຂອງ ຜູ້ຍິງ ແລະ ເດັກ.
ການນໍາໃຊ້ປະຕິບັດ
ຫລັງຈາກໄດ້ເຂົ້າຮ່ວມກິດຈະກຳນີ້ກໍ່ໄດ້ນຳໃຊ້ບົດຮຽນທີ່ໄດ້ຮຽນຮູ້ນັ້ນຄື: ໃຫ້ຄວາມເຄົາລົບຕໍ່ສິດທິຂອງ ຜູ້ຍິງ ແລະ ເດັກ ແລະ ບໍ່ເອົາປຽບພວກເຂົາ.

ພາສຸກນິລັນ ໄຊສົມບັດ
ສິ່ງທີ່ໄດ້ຮຽນຮູ້ຈາກງານ
ແມ່ນໄດ້ຮູ້ຫຼາຍໆຢ່າງກ່ຽວກັບສິດທິຂອງມະນຸດ ແລະ ເດັກ ຄວາມເທົ່າທຽມກັນຂອງຄົນເຮົາທີ່ຈໍາເປັນຕ້ອງໃຊ້ສິດທິຂອງຕົນເອງໃນການຕັດສິນໃຈອັນໃດອັນໜຶ່ງທີ່ກ່ຽວຂ້ອງກັບຕົນເອງ ທີ່ຢູ່ໃນກົດໝາຍຂອງສິດທິມະນຸດ ແລະ ເດັກ.
ການນໍາໃຊ້ປະຕິບັດ
ໄດ້ສືບຕໍ່ນໍາໃຊ້ກັບຕົນເອງ ແລະ ບອກຕໍ່ໝູ່ເພື່ອນ ເວລາທີ່ເຫັນຄົນປະຕິບັດບໍ່ຖືກຕ້ອງກໍ່ໄດ້ຕັກເຕືອນ ແລະ ອະທິບາຍ ໃຫ້ເຂົາເຈົ້າເຂົ້າໃຈກ່ຽວກັບສິ່ງທີ່ເຂົາເຈົ້າກໍາລັງປະຕິບັດວ່າມັນເປັນແນວໃດ, ມັນເປັນການເອົາປຽບບໍ ຫຼື ກໍລະນີອື່ນໆທີ່ບໍ່ເໝາະສົມ. 
ມີນາ ແກ້ວພານິດ
ສິ່ງທີ່ໄດ້ຮຽນຮູ້ຈາກງານ
ສິ່ງທີ່ໄດ້ຮຽນຮູ້ຈາກກິດຈະກຳຄື: ເຮົາໄດ້ຮູ້ເຖິງຮູບແບບຂອງການກັ່ນແກ້ງວ່າມີແບບໃດ ມັນສົ່ງຜົນຈັ່ງໃດ, ຮູ້ຈັກການເຄົາລົບຕໍ່ຄວາມຄິດຂອງຄົນອື່ນ ແລະ ຄວາມໝາຍຂອງການແບ່ງແຍກກັນທາງສັງຄົມຕ່າງໆ.
ການນໍາໃຊ້ປະຕິບັດ
ສິ່ງທີ່ປ່ຽນແປງຄື ເຮົາໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບສິດທິມະນຸດຫຼາຍຂື້ນ ເພາະທຸກຄົນມີຄວາມເທົ່າທຽມກັນ ເຖິງຊິແຕກຕ່າງກັນແຕ່ເຮົາກໍ່ຢູ່ຄວາມກັນໄດ້ ເຮົາບໍ່ຈຳເປັນທີ່ຈະຕ້ອງແບ່ງແຍກ ຫຼື ກັ່ນແກ້ງກັນເລີຍ.


ຂອບໃຈທຸກໆທ່ານທີ່ອ່ານຈົນຈົບ
ແລະ ຖ້າຕິດຕາມກິດຈະກໍາດີໆຈາກເພຈທາງເຟສບຸກຂອງພວກເຮົາໄດ້ເລີຍທີ່: 
"ງານພວກເຮົາທີ່ສະຫວັນ - Our Event at Savanh"






Comments

Popular posts from this blog

PTT Seeding The Future ASEAN Camp 2017