ໂຄງການ JENESYS ແລກປ່ຽນເຕັກນິກກ່ຽວກັບການປ້ອງກັນໄພພິບັດ ແລະ ສິ່ງແວດລ້ອມ (Exchange for Environment & Disaster Prevention Technology Tentative) ຕັ້ງແຕ່ວັນທີ 16 – 23 ຕຸລາ 2018

#ດັ່ງທີ່ທຸກຄົນຮູ້ວ່າໂຄງການນີ້ແມ່ນຟຣີ!!




ມື້ນີ້ຂ້ອຍເອງຈະມາແບ່ງປັນປະສົບການທີ່ໄດ້ເຂົ້າຮ່ວມໂຄງການ JENESYS ແລກປ່ຽນເຕັກນິກການປ້ອງກັນໄພພິບັດ ແລະ ສິ່ງແວດລ້ອມທີ່ປະເທດຢີ່ປຸ່ນ.

ຂ້ອຍເອງເຊື່ອວ່າຫຼາຍຄົນໜ້າຈະຮູ້ແລ້ວວ່າໂຄງການ JENESYS ນີ້ແມ່ນໂຄງການຫຍັງ? ແຕ່ຖ້າຍັງບໍ່ຮູ້ເທື່ອ ຂ້ອຍກໍໄດ້ແປະລິ້ງການແນະນໍາຄ້າວໆກ່ຽວກັບໂຄງການນີ້ໄວ້ຂ້າງລຸ່ມບົດຄວາມນີ້ແລ້ວ ລວມທັງວິທີການສະໝັກເຂົ້າຮ່ວມໂຄງການຈາກສິດເກົ່າເພິ່ນ.
ທ້າຍສຸດຍັງມີຮູບພາບເສີມອີກດ້ວຍ ຮະໆ

ບາດນີ້ເຮົາມາເລີ່ມປະຈົນໄພນໍາກັນເທາະ!!


ມື້ວັນທີ 15 ຕຸລາ 2018 ແມ່ນໄດ້ເວລາອອກເດີນທາງໄປຍີ່ປຸ່ນແຕ່ Transit ຢູ່ກຸງເທບກ່ອນ.



ວັນທີ 16 ຕຸລາ 2018 ໃນຕອນເຊົ້າກໍມາຮອດຍີ່ປຸ່ນ ແລ້ວເວລາ 09:45 ກໍເດີນທາງໄປໂຮງແຮມ Shinbashi Atagoyama Tokyu REI Hotel. ເມືອເຖິງບ່ອນພັກກໍພາກັນແຍກຍ້າຍຂຶ້ນໄປພັກຜ່ອນກັບກຸ່ມໃຜລາວ. ດີໃຈທີ່ໄດ້ພັກຜ່ອນໃນຈຸດໆນີ້ ຮະໆ.




                                                   ໂຮງແຮມ ແລະ ຫ້ອງພັກ

ມາຮອດຕອນທ່ຽງ ກໍພາກັນຍ່າງຈາກໂຮງແຮມໄປຮ້ານອາຫານ Oto-Oto ຂອງມື້ດຽວກັນ  ຫຼັງຈາກນັ້ນກໍໄດ້ພາກັນໄປລວມທີ່ຫ້ອງບັນຍາຍເພື່ອເຂົ້າໃຈເຖິງຈຸດປະສົງຂອງໂຄງການ, ເປົ້າໝາຍຂອງແຕ່ລະລາຍການ.



ຫຼັງປະຊຸມກໍພາກັນນັ່ງລົດເມຈາກຫ້ອງປະຊຸມ Nishikanten ໄປວັດອາຊາກຸຊາ ແລ້ວພາກັນຊົມວິວ ຖ່າຍຮູບທີ່ສວຍງາມໃນແຕ່ລະເຂດ ຢາກບອກວ່າ ນັກທ່ອງທ່ຽວກໍຫຼາຍພໍສົມຄວນ ເວລາຖ່າຍຮູບກໍຕ້ອງຖ້າຈັກຫວະທີ່ເໝາະສົມ ຮະໆ ມາຮອດເວລາ 5 ໂມງກໍພາກັນຍ່າງຈາກວັດອາຊາກູຊາ ໄປຮ້ານອາຫານ Origami ເພື່ອກິນອາຫານແລງ. ຈາກນັ້ນກໍເດີນທາງກັບໂຮງແຮມໄປພັກຜ່ອນ.
                                                              ວັດອາຊາກູຊາ




ວັນທີ 17 ຕຸລາ 2018 ຕອນເຊົ້າແມ່ນຍ່າງໄປຫ້ອງປະຊຸມ Nishikanten. ມາຮອດເວລາ 10:00 – 11:00 ແມ່ນຟັງການບັນຍາຍ ກ່ຽວກັບລະບົບສັງຄົມ, ການເມືອງ, ນະໂຍບາຍການທູດ, ປະຫວັດສາດ ແລະ ວັດທະນະທໍາຍີ່ປຸ່ນໂດຍສາດສະດາຈານ OHORI Ken ຈາກສະຖາບັນຄົ້ນຄວ້າວິທະຍາສາດສັງຄົມມະຫາວິທະຍາໄລໂຕກຽວ, ແລ້ວໃຫ້ລອງສົມທຽບຄວາມແຕກຕ່າງລະຫວ່າງຍີ່ປຸ່ນ ແລະ ປະເທດລາວ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຍີ່ປຸ່ນ.



ຕອນທ່ຽງແມ່ນກິນອາຫານທ່ຽງທີ່ຮ້ານອາຫານ Dekkaido 



            ຢາກບອກວ່ານີ້ແມ່ນຊຸດອາຫານທີ່ຂ້ອຍກິນຄົນດຽວ ແຕ່ລະຄົນກໍໄດ້ຄົນລະຊຸດ ທັງແຊບທັງອີ່ມງານນີີ້ ອິໆ


                                   ພາບນີ້ຍັງບໍ່ມີຄົນໃຫ້ປ້ອນເທື່ອກໍເລີຍຕ້ອງປ້ອນຕົນເອງໄປກ່ອນ 555

ມາຮອດເວລາ 15:00-15:30ໂມງແມ່ນ ເດີນທາງໄປທັດສະນະພິພິດຕະພັນ RyuQ ແລະ ລົງສໍາຫຼວດຊ່ອງລະບາຍນໍ້າໃນເຂດປະລິມົນທົນ ເພື່ອສັງເກດການນໍາໃຊ້ເຕັກນິກທີ່ທັນສະໄໝລ້າສຸດ, ສ້າງຄວາມເຂົ້າໃຈກ່ຽວກັບສະພາບແວດລ້ອມ ແລະ ການປ້ອງກັນໄພພິບັດຂອງຍີ່ປຸ່ນ ພ້ອມໄກ້ນໍາພາຍ່າງພາໄປນໍາ ແລະ ອະທິບາຍໄປນໍາ.




                            ພິພິດຕະພັນ RyuQ ແລະ ລົງສໍາຫຼວດຊ່ອງລະບາຍນໍ້າໃນເຂດປະລິມົນທົນ 

ຕອນແລງ 4 ໂມງປາຍກໍນັ່ງລົດເມເດີນທາງໄປຮ້ານອາຫານ Edozawa ເປັນອາຫານຊູໂມ ຫຼັງຈາກນັ້ນກໍເດີນທາງກັບໂຮງແຮມເພື່ອໄປພັກຜ່ອນ.

                                                               ອາຫານຊູໂມ

ວັນທີ 18 ຕຸລາ 2018 ໄດ້ເວລາເດີນທາງໄປແຂວງອິວາເຕະ Iwate ດ້ວຍລົດໄຟຊິນກັນເຊນ Hayabusa ຈາກສະຖານີລົດໄຟໂຕກຽວໄປສະຖານີລົດໄຟໂມຣິໂອກະ Morioka. ໃນລະຫວ່າງການເດີນທາງໄປສະຖານທີ່ຕ່າງໆຈະສັງເກດເຫັນຄວາມທັນສະໄໝຂອງພື້ນຖານໂຄງລ່າງການຄົມມະນາຄົມຍີ່ປຸ່ນ, ການຄວບຄຸມລະບົບການສັນຈອນ, ການຮັັັກາຄວາມປອດໄພ, ການບໍລິການ, ການເອົາໃຈໃສ່ຕໍ່ຜູ້ທີ່ອ່ອນແອໃນສັງຄົມ ແລະ ການຮັກສາສະພາບແວດລ້ອມ. ສ່ວນອາຫານທ່ຽງແມ່ນກິນໃນເທິງລົດໄຟເລີຍ ເພາະເພິ່ນຢາຍກ້ອງອາຫານໃຫ້ແຕ່ລະຄົນ.







                                                  ພາບເດີນທາງ ແລະ ອາຫານທ່ຽງ

ເມືອເຖິງສະຖານທີ່ແລ້ວ ເມືອມາຮອດເວລາ 4 ໂມງແລງກໍໄດ້ໄປຟັງການບັນຍາຍກ່ຽວກັບທ້ອງຖິ່ນຂອງພວກເຂົາ ເຊິ່ງເປັນຂໍ້ມູນທົ່ວໄປກ່ຽວກັບເມືອງກາມາອິຊິ Kamaishi ລວມທັງສະພາບການພື້ນຟູຂອງເມືອງຫຼັງຈາກປະເຊີນໜ້າກັບຄື້ນຊຶນາມິ ກໍເພື່ອສ້າງຄວາມເຂົ້າໃຈກ່ຽວກັບທ້ອງຖິ່ນທີ່ໄປຢ້ຽມຢາມ.


ພາບການບັນຍາຍ

ວັນທີ 19 ຕຸລາ 2019 ຊ່ວງເຊົ້າແມ່ນເຂົ້າຢ້ຽມຄໍານັບເຈົ້າເມືອງກາມາອິຊິ Kamaishi ທ່ານ Takenori Noda ແລະ ໂອ້ລົມກັບເພິ່ນ.


ຫຼັງຈາກນັ້ນກໍຂີ່ລົດເມເດີນທາງໄປສໍາຫຼວດ ແລະ ຮຽນຮູ້ກ່ຽວກັບການເຄື່ອນໄຫວພື້ນຟູຂອງປະຊາຊົນຈາກອຸທົກກະໄພ.





ກໍາແພງຕ້ານຄື້ນຊຶນາມິ

ຫຼັງຈາກນັ້ນກໍເດີນທາງໄປຟັງການບັນຍາຍກ່ຽວກັບການປ້ອງກັນໄພ, ຮຽນເອົາບົດຮຽນເວລາເກີດໄພພິບັດ ແລະ ວິທີຮັບມືກັບມັນ ຈາກທ່ານ Ryuta Kubo ຈາກ Kamaentai, ທ່ານ YuseiFujii ກ່ຽວກັບເປົ້າໝາຍຂອງຍຸດທະສາດຂອງ Kamaishi Open City. 





ແລ້ວໄປກິນອາຫານທ່ຽງ




ນັ່ງກັບສາວງາມໃຜກໍຍິ້ມບານປານຫຍັງ ຮະໆ 

ມາຮອດ 2 ໂມງກໍເປັນການເດີນທາງໄປຮັບຟັງ ແລະ ຮຽນຮູ້ກ່ຽວກັບໄພພິບັດ ເສັ້ນທາງຊີວິດທີ່ Houraikan ນໍາພາໂດຍທ່ານ: Ito ເຊິ່ງເປັນປະທານ Samriku Hitotsunagi Nature School. ເຊິ່ງເປັນຊ່ວງທີ່ຮັບຟັງປະສົບການໜີໄພຈາກເພິ່ນ ພ້ອມທັງຍ່າງຂຶ້ນພູຕົວຈິງ ເຊິ່ງເປັນພູທີ່ຄົນແຖວນັ້ນແລ່ນໜີຂຶ້ນຈາກຄື້ນຊຶນາມິ ແລະ ການຊ່ວຍເຫຼືອຜູ້ທີ່ຖືກນໍາຊັດເຂົ້າມາຂອງເພິ່ນ. ຊ່ວງນີ້ແຕ່ລະຄົນແມ່ນຕັ້ງໃຈຟັງຫຼາຍ ແລະ ເສົ້າໄປຕາມໆກັນ ເພາະນອກຈາກການບັນຍາຍແລ້ວ ເພິ່ນຍັງເອົາວິວີໂອມາສາຍໃຫ້ເບິ່ງຕອນທີ່ຄື້ນຊຶນາມິຊັດເຂົ້າມາ ແລະ ພັດຄົນໄປ ແລະ ສິ່ງຕ່າງໆຢູ່ໃນບໍລິເວນເມືອງ. 

ໂຮງແຮມທີ່ຍັງຄົງຢູ່ ຫຼັງຈາກຄື້ນຊຶນາມິຊັດເຂົ້າມາເກືອບແປດກ່ອນໜ້ານີ້




ພາບການປີ້ນຂຶ້ນພູ




ຄື້ນຊຶນາມິແມ່ນເກີດມາຈາກທະເລທາງຫຼັງນັ້ນໃນປີ 2011

ຕອນແລງແມ່ນໄດ້ເຂົ້າຮ່ວມພິທີພົບປະກັບຄອບຄົວໂຮມສະເຕທີ່ເຮົາຈະໄປພັກນໍາໃນໄລຍະເວລາ 1 ມື້ປາຍ ເພື່ອສ້າງປະສົບການສໍາຜັດກັບວັດທະນະທໍາ ແລະ ການດໍາລົງຊີວິດຂອງຄົນຍີ່ປຸ່ນຜ່ານໂຮມສະເຕ.

ວັນທີ 20 ຕຸລາ 2018 ແມ່ນພັກຢູ່ໃນໂຮມສະເຕ ລວມທັງສ້າງປະສົບການສຳຜັດວັດທະນະທໍາ ແລະ ການດໍາລົງຊີວິດຂອງຄົນຍີ່ປຸ່ນ. ທໍາອິດທີ່ຮອດເຮືອນເພິ່ນ ກໍໄດ້ລິມລົດອາຫານທະເລສົດໆເລີຍ ບໍ່ວ່າຈະເປັນກຸ້ງໃຫຍ່ ປາມຶກ ແລະ ອື່ນໆ ອາຫານແຊບຫຼາຍ ຄອບຄົວເພິ່ນແມ່ນເປັນຊາວປະມົງ. ຊ່ວງເວລາອາໄສຢູ່ນໍາເພິ່ນ ເພິ່ນກໍພາໄປເລາະທາງນັ້ນທາງນີ້ ແລະ ໄປຮັບລູກເພິ່ນທີ່ໂຮງຮຽນນໍາ ລວມທັງການພາອອກໄປທະເລໄປເບິ່ງວິຖີຊີວິດແບບຊາວປະມົງນໍາເພິ່ນ ຮູ້ສຶກປາບປຶ້ມ ແລະ ດີໃຈຫຼາຍ ມາຮອດປັດຈຸບັນນີ້ກໍຍັງຄິດຮອດຄອບຄົວເພິ່ນເໝືອນເດີມ ໂດຍສະເພາະນ້ອງຊາຍທັງ 4 ຄົນ.








ງານເທດສະການບຸນກາມາອິຊິທີ່ເມືອງ



ພາບໄປເບິ່ງການສະແດງລະຄອນເວທີ ແລະ ຮ້ອງເພງປະສານສຽງຂອງລູກເພິ່ນ


ໄປເບິ່ງການແຂ່ງຂັນ Basket ball ຂອງລູກຊາຍກົກເພິ່ນ






ໄປເດີນທະເລເບິ່ງວິຖີຊີວິດຂອງຊາວປະມົງ

ກໍາແພງຕ້ານຄື້ນຊຶນາມິ ທີ່ເລິກທີ່ສຸດໃນໂລກ


ວັນທີ 21 ຕຸລາ 2018 ເປັນມື້ເຂົ້າຮ່ວມງານລ້ຽງອໍາລາຄອບຄົວໂຮມສະເຕໃນຕອນເຊົ້າ 



ປຶ້ມຮູບພາບທີ່ຄອບຄົວຄົນຍີ່ປຸ່ນຖ່າຍແລ້ວເອົາມາໃຫ້ເປັນຂອງທີ່ລະລຶກກ່ອນກັບບ້ານ ດີໃຈຫຼາຍທີ່ໄດ້ຮັບ

ແລະ ຊ່ວງບ່າຍແມ່ນຈັດງານເວຣີກຊອບເພື່ອລວບລວມຂໍ້ມູນ, ສະຫຼຸບຄວາມຮູ້ ແລະ ສິ່ງທີ່ຮູ້ສຶກຜ່ານການເຂົ້າຮ່ວມລາຍການເພື່ອກຽມສະເໜີບົດລາຍງານຢູ່ໂຕກຽວ.
ອາຫານຄໍ່າ ເບິ່ງທໍາອິດບໍ່ເປັນຕາຢາກເລີຍ ຢາກເກັບມ້ຽນເອົາໄປຝາກໃຫ້ຫຼານສາວຫຼາຍກວ່າ ຮະໆ



ວັນທີ 22 ຕຸລາ 2018 ພາກັນກຽມຕົວແລ້ວເດີນທາງຈາກແຂວງອິວາເຕະ Iwate ກັບ ເມືອງໂຕກຽວ Tokyo ດ້ວຍລົດໄຟຊິນກັນເຊນ Yamabiko. ຊ່ວງນີ້ແມ່ນນອນເອົາແຮງເລີຍບໍ່ໄດ້ສັງເກດຫຍັງເລີຍ 555.

ຫຼັງຈາກມາເຖິງໂຕກຽວໃນເວລາ 3 ໂມງປາຍ ແລ້ວກໍພາກັນກັບບ່ອນພັກ ແລ້ວແຍກຍ້າຍກັນໄປພັກຜ່ອນ. ໃນຊ່ວງແລງກໍເຂົ້າຮ່ວມພິທີສະເໜີບົດລາຍງານກ່ຽວກັບຄວາມຮູ້, ສິ່ງທີ່ຕົນໄດ້ຄົ້ນພົບ, ໝາກຜົນຂອງການຢ້ຽມຢາມຍີ່ປຸ່ນ ແລະ ແຜນປະຕິບັດງານພາຍຫຼັງກັບຄືນປະເທດໃຫ້ກະຊວງການຕ່າງປະເທດ ແລະ ຜູ້ກ່ຽວຂ້ອງ ຂອງກຸ່ມຄົນລາວ ແລະ ກຸ່ມຄົນອິນໂດເນເຊຍ ໂດຍຕົວແທນປະເທດລະສອງຄົນອອກລາຍງານ. (ກຸ່ມຄົນລາວ ແລະ ກຸ່ມຄົນອິນໂດເນເຊຍແມ່ນໄປຄົນລະແຂວງກັນ ເລີຍພົບກັນແຕ່ຢ່ໂຕກຽວເທົ່ານັ້ນ).


ນ້ອງໆກໍາລັງພາກັນພຣີເຊັນຢ່າງຕັ້ງໃຈ


ຫຼັງຈາກນັ້ນໄດ້ເວລາໄປຂຶ້ນຫໍຄອຍໂຕກຽວ  Tokyo Tower







ວິວຈາກຫໍຄອຍ

ວັນທີ 23 ຕຸລາ 2018 ໄດ້ເວລາທີ່ພວກເຮົາຕ້ອງອໍາລາຈາກປະເທດຍີ່ປຸ່ນ ຮອດຈຸດໆນີ້ກໍຮູ້ສຶກດີໃຈແນ່ ເສົ້າໃຈແດ່ ແຕ່ທຸກຢ່າງກໍລ້ວນແຕ່ເປັນປະສົບການທີ່ດີ ແລະ ສໍາຄັນຫຼາຍຕໍ່ຊີວິດ.


ມາຮອດນີ້ກໍຂໍຂອບໃຈທຸກໆຄົນທີ່ອ່ານຈົນຈົບ ແລະ ຖ້າຕິດຕາມບົດຄວາມຕໍ່ໄປຈາກຂ້ອຍໄດ້ເລີຍໄວໆນີ້ 
ຢາກບອກວ່າບົດຄວາມນີ້ແມ່ນຄັງຮູບພາບລ້ວນໆ ຮະໆໆ

ພາບເພີ່ມເຕີມ:























ເພີ່ມເຕີມ

ຄວາມໝາຍຂອງໂຄງການ JENESYS ແລະ ປະສົບການໃນຍີ່ປຸ່ນຂອງສິດເກົົ່າເພິ່ນ ລວມທັງວິທີການສະໝັກເຂົ້າຮ່ວມໂຄງການຫຍໍ້ໆຈາກສິດເກົ່າເພິ່ນ:
ລິ້ງທີ1: 
ແລະ 
ລິ້ງທີ 2:

ສາມາດຕິດຕາມເພຈຫຼັກຂອງສະຖານທູດຍີ່ປຸ່ນໄດ້ທີ່: Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປລາວ

ສາມາດອິນບ໋ອກຖາມຂ້ອຍໄດ້ ໂຕໃດຊ່ວຍໄດ້ຈະແນະນໍາໃຫ້

ຕິດຕາມບົດຄວາມອື່ນໆ ແລະ ກິດຈະກໍາໃນເພຈນີ້ໄດ້ເລີຍ



Comments

Popular posts from this blog

PTT Seeding The Future ASEAN Camp 2017