Posts

Showing posts from August, 2019
Image
ໂຄງການ JENESYS ແລກປ່ຽນເຕັກນິກກ່ຽວກັບການປ້ອງກັນໄພພິບັດ ແລະ ສິ່ງແວດລ້ອມ ( Exchange for Environment & Disaster Prevention Technology Tentative) ຕັ້ງແຕ່ວັນທີ 16 – 23 ຕຸລາ 2018 # ດັ່ງທີ່ທຸກຄົນຮູ້ວ່າໂຄງການນີ້ແມ່ນຟຣີ !! ມື້ນີ້ຂ້ອຍເອງຈະມາແບ່ງປັນປະສົບການທີ່ໄດ້ເຂົ້າຮ່ວມໂຄງການ JENESYS ແລກປ່ຽນເຕັກນິກການປ້ອງກັນໄພພິບັດ ແລະ ສິ່ງແວດລ້ອມທີ່ປະເທດຢີ່ປຸ່ນ. ຂ້ອຍເອງເຊື່ອວ່າຫຼາຍຄົນໜ້າຈະຮູ້ແລ້ວວ່າໂຄງການ JENESYS ນີ້ແມ່ນໂຄງການຫຍັງ? ແຕ່ຖ້າຍັງບໍ່ຮູ້ເທື່ອ ຂ້ອຍກໍໄດ້ແປະລິ້ງການແນະນໍາຄ້າວໆກ່ຽວກັບໂຄງການນີ້ໄວ້ຂ້າງລຸ່ມບົດຄວາມນີ້ແລ້ວ ລວມທັງວິທີການສະໝັກເຂົ້າຮ່ວມໂຄງການຈາກສິດເກົ່າເພິ່ນ. ທ້າຍສຸດຍັງມີຮູບພາບເສີມອີກດ້ວຍ ຮະໆ ບາດນີ້ເຮົາມາເລີ່ມປະຈົນໄພນໍາກັນເທາະ!! ມື້ວັນທີ 15 ຕຸລາ 2018 ແມ່ນໄດ້ເວລາອອກເດີນທາງໄປຍີ່ປຸ່ນແຕ່ Transit ຢູ່ກຸງເທບກ່ອນ. ວັນທີ 16 ຕຸລາ 2018 ໃນຕອນເຊົ້າກໍມາຮອດຍີ່ປຸ່ນ ແລ້ວເວລາ 09:45 ກໍເດີນທາງໄປໂຮງແຮມ Shinbashi Atagoyama Tokyu REI Hotel. ເມືອເຖິງບ່ອນພັກກໍພາກັນແຍກຍ້າຍຂຶ້ນໄປພັກຜ່ອນກັບກຸ່ມໃຜລາວ. ດີໃຈທີ່ໄດ້ພັກຜ່ອນໃນຈຸດໆນີ້ ຮະໆ.