Posts

Showing posts from May, 2018

PTT Seeding The Future ASEAN Camp 2017

Image
ການໄດ້ເຂົ້າຮ່ວມງານຄ້າຍຊີ້ດ (Seed) ໄວໜຸ່ມອາຊຽນຂອງ ປຕທ (PTT) ລຸ້ນທີ 3 ທີ່ກຸງເທບ ປະເທດໄທ ( PTT Seeding The Future ASEAN Camp 2017: Biz Challenge in ASEAN) # ທຶນນີ້ແມ່ນທຶນຟຣີ 100% +                         ມື້ນີ້ຈະມາເລົ່າປະສົບການໃນການເຂົ້າຮ່ວມງານຄ້າຍໄວໜຸ່ມອາຊຽນ ປຕທ (PTT) ທີ່ກຸງເທບ ປະເທດໄທ ໃນລະຫວ່າງວັນທີ 19-25/11/2017 . Ø   ກ່ອນອື່ນໝົດເຮົາມາຮູ້ຈັກກ່ຽວກັບໂປຣແກຣມກັນກ່ອນເທາະ! ຄ້າຍຊີ້ດ (Seed) ພີທີທີ (ປຕທ) ເປັນໂປຣແກຣມທີ່ເປີດຮັບສະໝັກນັກສຶກສາພາຍໃນວິທະຍາໄລ ແລະ ມະຫາວິທະຍາໄລ ຈາກ 5 ປະເທດອາຊຽນຄື: ລາວ, ກຳປູເຈຍ, ມຽນມາ, ຟິລິບປິນ ແລະ ໄທ ສໍາລັບຜູ້ທີ່ຮຽນຢູ່ໃນສາຍທຸລະກິດ ແລະ ວິສາວະກຳສາດ ຫລື ສາຍທີ່ກ່ຽວຂ້ອງ ລວມທັງຜູ້ທີ່ມີຄວາມສົນໃຈໃນການບໍລິຫານຈັດການກ່ຽວກັບນ້ຳມັນ ແລະ ທຸລະກິດ   ເພື່ອເຂົ້າຮ່ວມຄ້າຍຂອງໂຄງການເປັນໄລຍະ 6 ມື້ເຕັມໆ. ເຊິ່ງໂປຣແກຣມເພິ່ນຈະປະກອບມີຫຼາຍເຊັດເຊິນ ( The fun and fruitful Sessions ) ທີ່ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຮູ້. Ø   ສຳລັບກົດເກນໃນການສະໝັກເຂົ້າຮ່ວມຄ້າຍໃນປີ 2017 ນັ້ນຈະປະກອບມີ: -        -  ສະໝັກເປັນທີມຄື ທີມລະ 2 ຄົນ (ບໍ່ຈຳເປ