Posts

Showing posts from September, 2019
Image
ກິດຈະກໍາພົບປະອາສາພາຍໃຕ້ຫົວຂໍ້: ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສິດທິມະນຸດ ແລະ ການປົກປ້ອງເດັກ. ໃນວັນທີ 30 ສິງຫາ 2019 ທີ່ຜ່ານມາພວກເຮົາໄດ້ຈັດ ງານກິດຈະກໍາພົບປະອາສາພາຍໃຕ້ຫົວຂໍ້: ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບສິດທິມະນຸດ ແລະ ການປົກປ້ອງສິດທິເດັກຂຶ້ນ ທີ່ສູນສະຫວັນເຊັນເຕີ. ນີ້ແມ່ນການບອກເລົ່າຂອງຜູ້ເຂົ້າຮ່ວມກ່ຽວກັບສິ່ງທີ່ພວກເຂົາໄດ້ຮຽນຮູ້ຈາກງານ ແລະ ການນໍາໃຊ້ຄວາມຮູ້ ແລະ ວິທີການປະຕິບັດເຂົ້າໃນຊີວິດປະຈໍາວັນຂອງພວກເຂົາພາຍຫຼັງກິດຈະກໍາດັ່ງກ່າວ. ຄຳປະເສີດ ວົງສາລາດ ສິ່ງທີ່ໄດ້ຮຽນຮູ້ຈາກງານ ສິ່ງທີ່ໄດ້ຮຽນຮູ້ຈາກກິດຈະກຳຄື ຄວາມຮູ້ ແລະ ຄວາມເຂົ້າໃຈເພີ່ມຕື່ມ ໃນຄຳວ່າ ສິດທິມະນຸດ ເຮັດໃຫ້ເຮົາຮູ້ຈັກວ່າເຮົາໃນນາມມະນຸດຜູ້ໜຶ່ງມີສິດທິຫຍັງແນ່ໃນການໃຊ້ຊີວິດໃນທຸກມື້ນີ້ ແລະ ກິດຈະກຳຄັ້ງນີ້ມັນໄດ້ສ້າງແຮງບັນດານໃຈທີ່ຈະໄປບອກຕໍ່ໆໃຫ້ກັບຄົນອື່ນໃນເລື່ອງ ສິດທິມະນຸດ. ການນໍາໃຊ້ປະຕິບັດ ສິ່ງທີ່ໄດ້ມາຈາກງານແລ້ວເອົາມານຳໃຊ້ໃນຊີວິດປະຈຳວັນມີ ການນໍາໃຊ້ສິດທິຂອງຕົນເອງໃຫ້ເກີດຜົນປະໂຫຍດແກ່ຕົນຫຼາຍທີ່ສຸດໂດຍທີ່ບໍ່ເຮັດໃຫ້ໃຜ ຫຼື ບຸກຄົນໃດເດືອດຮ້ອນຕົວຢ່າງ: ເຮົາມີສິດທີ່ຈະເວົ້າ ແລະ ສະແດງຄຳຄິດຄຳເຫັນໃນສິ່ງທີ່ເຮົາມີສ່ວນຮ່ວມ ແລະ ບໍ