PTT Seeding The Future ASEAN Camp 2017


ການໄດ້ເຂົ້າຮ່ວມງານຄ້າຍຊີ້ດ (Seed) ໄວໜຸ່ມອາຊຽນຂອງ ປຕທ (PTT) ລຸ້ນທີ 3 ທີ່ກຸງເທບ ປະເທດໄທ (PTT Seeding The Future ASEAN Camp 2017: Biz Challenge in ASEAN)



# ທຶນນີ້ແມ່ນທຶນຟຣີ 100%
+                       ມື້ນີ້ຈະມາເລົ່າປະສົບການໃນການເຂົ້າຮ່ວມງານຄ້າຍໄວໜຸ່ມອາຊຽນ ປຕທ (PTT) ທີ່ກຸງເທບ ປະເທດໄທ ໃນລະຫວ່າງວັນທີ 19-25/11/2017.
Ø  ກ່ອນອື່ນໝົດເຮົາມາຮູ້ຈັກກ່ຽວກັບໂປຣແກຣມກັນກ່ອນເທາະ!
ຄ້າຍຊີ້ດ (Seed) ພີທີທີ (ປຕທ) ເປັນໂປຣແກຣມທີ່ເປີດຮັບສະໝັກນັກສຶກສາພາຍໃນວິທະຍາໄລ ແລະ ມະຫາວິທະຍາໄລ ຈາກ 5 ປະເທດອາຊຽນຄື: ລາວ, ກຳປູເຈຍ, ມຽນມາ, ຟິລິບປິນ ແລະ ໄທ ສໍາລັບຜູ້ທີ່ຮຽນຢູ່ໃນສາຍທຸລະກິດ ແລະ ວິສາວະກຳສາດ ຫລື ສາຍທີ່ກ່ຽວຂ້ອງ ລວມທັງຜູ້ທີ່ມີຄວາມສົນໃຈໃນການບໍລິຫານຈັດການກ່ຽວກັບນ້ຳມັນ ແລະ ທຸລະກິດ  ເພື່ອເຂົ້າຮ່ວມຄ້າຍຂອງໂຄງການເປັນໄລຍະ 6 ມື້ເຕັມໆ. ເຊິ່ງໂປຣແກຣມເພິ່ນຈະປະກອບມີຫຼາຍເຊັດເຊິນ (The fun and fruitful Sessions) ທີ່ມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມຮູ້.
Ø  ສຳລັບກົດເກນໃນການສະໝັກເຂົ້າຮ່ວມຄ້າຍໃນປີ 2017 ນັ້ນຈະປະກອບມີ:
-       - ສະໝັກເປັນທີມຄື ທີມລະ 2 ຄົນ (ບໍ່ຈຳເປັນຕ້ອງຮຽນສາຍດຽວກັນກໍໄດ້) ແລະ ຢ່າລືມກົດໄລຄ໌ກົດຕິດຕາມເຟສຂອງເພິ່ນ ເພື່ອຕິດຕາມສະພາບການເຄື່ອນໄຫວຕ່າງໆກ່ຽວກັບໂຄງການ.
-       - ເປັນນັກສຶກສາຮຽນຢູ່ໃນສາຍ ການທຸລະກິດ ແລະ ວິສາວະກຳສາດ ຫຼື ສາຍທີ່ກ່ຽວຂ້ອງ (ຫຼື ຜູ້ທີ່ມີຄວາມສົນໃນໂປຣແກຣມ)
-       - ມີຄະແນນລວມ ຫຼື ຊີຈີພີເອ 3.0 ຂຶ້ນໄປ
-      -  ເປັນຄົນສັນຊາດ ລາວ, ກຳປູເຈຍ, ມຽນມາ, ຟິລິບປິນ ແລະ ໄທ. (ລວມທັງນັກສຶກສາຜູ້ທີ່ມີສັນຊາດດັ່ງປະເທດທີ່ກ່າວມາ ແຕ່ຮຽນຢູ່ພາຍປະເທດໄທບ່ອນໂປຣແກຣມຈັດຂຶ້ນກໍສາມາດສະໝັກໄດ້)
-       - ສ້າງວິດີໂອ 3 ນາທີ ກັບ ຄູ່ຮ່ວມທີມນຳກັນ ໃນວິດີໂອປະກອບມີ: ການແນະນຳຕົວເອງ (ຂໍ້ມູນສ່ວນຕົວ, ຄວາມສາມາດພິເສດ, ຄວາມສົນໃຈ ແລະ ອື່ນໆ), ເຫດຜົນທີ່ຕ້ອງສະໝັກເຂົ້າຮ່ວມຄ້າຍເພິ່ນ ແລະ ຜະລິດຕະພັນທີ່ ເຈົ້າ ກັບ ຄູ່ຮ່ວມທີມ ຕ້ອງການໃຫ້ ພີທີທີຈຳໜ່າຍຢູ່ພາຍໃນປະເທດຂອງເຈົ້າ ແລະ ຍ້ອນຫຍັງ? ສຳເລັດແລ້ວກໍອັບໂຫລດວິດີໂອລົງໃນເຟສຂອງ ປຕທ.
# ກົດເກນ ແລະ ຂໍ້ກຳນົດຕ່າງໆໃນການສະໝັກທຶນອາດຈະມີການປ່ຽນແປງໄປໃນແຕ່ລະປີ
ໃນວັນທີ 20 ເດືອນ 10 ປີ 2017 ແມ່ນເປັນວັນປະກາດຜົນສຳລັບຜູ້ທີ່ຜ່ານໄດ້ເຂົ້າຮ່ວມໂປຣແກຣມ ປຕທ ເຊິ່ງຂ້ອຍກັບເພື່ອນຮ່ວມທີມເມື່ອຮູ້ຂ່າວວ່າຜ່ານ ກໍ່ພາກັນດີໃຈຫລາຍໆ. ເຊິ່ງຫຼັງຈາກນັ້ນກໍ່ເປັນໄລຍະການຕຽມຕົວເຂົ້າຮ່ວມໂປຣແກຣມເພິ່ນ.
è  ສຳລັບການແນະນຳກ່ຽວກັບຄ້າຍແມ່ນໝົດເທົ່ານີ້ (ໂດຍຫຍໍ້ເທົ່ານັ້ນ)
è  ຖ້າໃຜມີຄວາມສົນໃຈແມ່ນຕິດຕາມເຟສເພິ່ນໄດ້ເລີຍຕາມລິງຂ້າງລຸ່ມນີ້
è  www.facebook.com/PTTSeedingTheFuture
       ເພີ່ມເຕີມວິດີໂອເມື່ຶອຈົບງານຄ້າຍເພິ່ນແມ່ນໜ້າປະທັບໃຈ ແລະ ເຕືອນຄວາມຈໍາໃຫ້ຄິດຮອດໂຄງການຢູ່ຕະຫຼອດ.
ເພາະຍອມຮັບວ່າ ໂຄງການເພິ່ນເອົາໃຈໃສ່ຕໍ່ທຸກໆຄົນຫລາຍໆ ທັງມ່ວນ, ໄດ້ຫມູ່ໃຫມ່ ແລະ ໄດ້ຄວາມຮູ້.

v  ບາດນີ້ຈະມາເລົ່າກ່ຽວກັບສິ່ງທີ່ໄດ້ເຮັດພາຍໃນຄ້າຍ ປຕທ ມີຫຍັງແນ່
Ø  ວັນທີ 19
-       - ເວລາ 12:30 ເປັນຊ່ວງທີ່ຜູ້ເຂົ້າຮ່ວມງານແຕ່ລະປະເທດມາຮອດສະໜາມບິນ (ບາງກຸ່ມ ກໍມາໄວ ມາຊ້າ ຕາມແຕ່ລະເຂດ) ໂດຍຕົວແທນຈາກໂປຣແກຣມເພິ່ນມາຖ້າຕ້ອນຮັບຢູ່ສະໝາມບິນຢ່າງອົບອຸ່ນ ແລະ ມ່ວນຊື່ນ ແລະ ຍັງທັກທາຍກັບກຸ່ມປະເທດຟິລິບປິນທີ່ເພິ່ນມາຮອດພ້ອມກັນ.
-      -  ເວລາ 14:30 ມາເຖິງບ່ອນພັກ (Louis Tavern hotel) ແລະ ແຕ່ລະຄົນກໍ່ພາກັນລົງທະບຽນເຂົ້າຫ້ອງພັກໃຜລາວເພື່ອພັກຜ່ອນຍ່ອນໃຈ. ຕໍ່ມາ ໃນເວລາ 15:00-17:30 ກໍເປັນໄລຍະຫຼິ້ນກິດຈະກຳໄອສເບຣກຄິງ (IceBreaking Activity) ແລະ ເລືອກຕົວແທນແຕ່ລະປະເທດອອກໄປຢືດຂາຢືດແຄ່ງ 555++ ຫຼັງຈາກນັ້ນກໍ ປຶກສາຫາລືກັນໃນວຽກທີ່ຖືກມອບໝາຍໃຫ້ເປັນທີມ. ສຳເລັດແລ້ວກໍເປັນເວລາພັກຜ່ອນ ແລະ ຕໍ່ດ້ວຍອາຫານຄໍ່າ
-      - 20:00-22:00 ແມ່ນກິດຈະກໍາກ່ຽວກັບຄວາມທ້າທາຍທຸລະກິດພາຍໃນອາຊຽນ (Activity: Biz Challenge In ASEAN Class)  ບັນຍາຍໂດຍ : Ajarn Krongjit Chatuparisoot ເປັນກິດຈະກຳທີ່ໃຫ້ສ້າງຄວາມຄິດ ເລືອກຮູບພາບທີ່ມັກພາຍໃນກຸ່ມ ພ້ອມດ້ວຍບັນຍາຍເຖິງຮູບພາບເຫຼົ່ານັ້ນ ຫຼັງຈາກຈົບງານນັ້ນກໍພາກັນແຍກຍ້າຍໄປພັກຜ່ອນ










ພາບຢູ່ສະໜາມບິນ ແລະ ໂຮງແຮມຫຼູຍສ ຕາເວີນ
Ø  ວັນທີ 20
-      -  7.00 - 8.00 ກິນເຂົ້າເຊົ້າ ທີ່ເຊັບສຕາເວີນ ແລ້ວລະກໍເດີນທາງຈາກໂຮງແຮມໄປສູນໃຫຍ່ຂອງພິທີີທີ (PTT Head Office) ພ້ອມທັງຖ່າຍຮູບກຸ່ມ Group photo
-       - 10.0012.30 ຫຼັງໄລຍະພັກຜ່ອນ ແມ່ນເປັນເວລາເປີດງານຄ້າຍໄວໜຸ່ມອາຊຽນຂອງພິທີທີ  2017 (PTT Seeding the Future ASEAN Camp 2017) ແລ້ວກໍຍ່າງເລາະຕຶກອາຄານຂອງສູນໃຫຍ່ພ້ອມທັງສຶກສາສິ່ງຕ່າງໆໄປພ້ອມໆກັນຢູ່ພາຍໃນ ((PTT Head Office Building / Energy Complex (EnCo))
-      -  12.3015.30 ກິນອາຫານທ່ຽງ ທີ່ໂຮງອາຫານຂອງຕຶກສານັກງານໃຫຍ່ພີທີທີ. ເວລາ 13.15 ອອກເດີນທາງໄປໜ່ວຍງານໃຫ້ບໍລິການຂອງພີທີີທີທີ່ໄຊຍະພຶກ (PTT service station at The Crystal PTT Chaiyapruek) ເມື່ອມາເຖິງສະຖານທີ່ກໍພາກກັນຍ່າງຊົມ ແລະ ຮຽນຮູ້ພາຍໃນພີທີທີຄຣິດສຕໍລ໌ (Crystal PTT Chaiyapruek) ແລະ ພັກຜ່ອນກິນອາຫານວ່າງ ແລ້ວ ເວລາ 15.3016.30 ເດີນທາງກັບບ່ອນພັກ
-       - 16.3017.30 ຫລິ້ນກິດຈະກຳພິເສດ ໂດຍ: Ajarn Supang Chirarattanawanna ຫຼັງຈາກນັ້ນກໍກິນອາຫານຄໍ່າ ແລະ ພັກຜ່ອນຍ່ອນອາລົມ
-       - 19.0022.00 ກິດຈະກຳ Biz Challenge In ASEAN Class ໂດຍ: Ajarn Krongjit Chatuparisoot
-       - 22.00 ເປັນເວລາກັບໄປຫ້ອງນອນພັກຜ່ອນ






Ø  ວັນທີ 21 ແມ່ນນຸ່ງເສື້ອຍືດພີທີທີ (PTT Seeding the Future T-shirt)


-       - 7.30 – 8.30 ອອກເດີນທາງແຄມປັດສ໌ບັນດານໃຈອາເມຊອນ ທີ່ອະຍຸດທະຍາ (Amazon Inspiring Campus AICA at Ayutthaya) ຫຼັງຈາກອາຫານເຊົ້າ.

       ເມື່ອມາເຖິງກໍພາກັນຍ່າງເລາະໂຮງງານຄົ່ວກາເຟອາເມຊອນ ແລະ ຮັບຟັງການແນະນຳຕົວສັ້ນໆກ່ຽວກັບ  AICA VTR  ຂອງໂຮງງານ (Café Amazon Barista) ຮ້ານກາເຟ ແລະ ໂຮງງານຂົ້ວກາເຟເພິ່ນແມ່ນສະອາດ ແລະ ທັນສະໄໝຫຼາຍໆ ພ້ອມທັງສົ່ງກິ່ນຫອມຫວນເຂົ້າດັງໃນລະຫວ່າງການຍ່າງຊົມ ແລະ ຟັງການບັນຍາຍຂອງຕົວແທນອາເມຊອນ ນອກຈາກນັ້ນເພິ່ນຍັງມີພະນັກງານສາທິດວິທີການຊົງກາເຟຕາມເວລາ ຖ້າໃຊ້ເວລາຊົງກາເຟດົນລົດຊາດມັນກໍຈະຕ່າງກັນໄປເລື້ອຍໆ.









 




ຫຼັງຈາກທີ່ນັ້ນກໍເຖິງເລລາອອກເດີນທາງໄປສະຖາບັນທຸລະກິດນ້ຳມັນ (Oil Business Academy)

ແລະ ໄລຍະ 11.30 – 12.00 ຮັບຟັງການບັນຍາຍໂດຍຫຍໍ້ກ່ຽວກັບສະຖາບັນທຸລະກິດນໍ້າມັນ (OBA)

        ຫຼັງຈາກນັ້ນກໍກິນອາຫານທ່ຽງໄກ່ແທັກຊັດສ໌ (Texas Chicken) ແຊບຫຼາຍເພາະມີເຈົ້າຢູ່ຂ້າງໆ 555++ ທີ່ຫ້ອງຮັບປະທານອາຫານຂອງສະຖາບັນ OBA
 

                                 

            ຕໍ່ມາກໍເຖິງເວລາຍ່າງທົວທາມທີ່ສະຖາບັນ OBA ເປັນກຸ່ມໆ ພ້ອມກັບຖ່າຍຮູບລວມ
 








-      -  15.00 – 18.00 ອອກເດີນທາງໄປ Khao Bo Ya ສູນຝຶກອົບຮົມ ແລະ ງານປະຊຸມ ທີ່ຊົນບຸລີ ພ້ອມການເສີມອາຫານວ່າງຢູ່ໃນລະຫວ່າງທາງຂອງການເດີນທາງ

ເພື່ອໄປພັກຢູ່ບ້ານພັກແຄມໃກ້ທະເລ (ບ້ານພັກລິມທະເລ) ເສຍດາຍທີ່ບໍ່ໄດ້ຖ່າຍຮູບໄວ້ 55++ ແຕ່ຮັບປະກັນງາມຫຼາຍ ເປັນຈຸດພັກຜ່ອນຍ່ອນໃຈອະຫຼີ.


20.00 – 22.00 ກິດຈະກຳພິເສດໂດຍ Ajarn Nucharee Yongmunkongkul ຫຼັງຈາກນັ້ນກໍພາກັນໄປນັ່ງກິນໃນຫ້ອງໝູ່ ມ່ວນຫລາຍ ກ່ອນພາກັນໄປນອນພັກຜ່ອນຢູ່ຫ້ອງໃຜລາວ










Ø  ວັນທີ 22: ນຸ່ງເສື້ອຍືດຂອງຄ້າຍ


        ຕອນເຊົ້າກໍພາກັນຂຶ້ນລົດເມ ອອກເດີນທາງໄປສະຖາບັນວິທະຍາສາດແລະເຕັກໂນໂລຊີ Vidyasirimedhi (VISTEC) ທີ່ຣະຍອງ ພ້ອມກັບກິນເຂົ້າເຊົ້າໄປຕາມທາງ ເມື່ອມາເຖິງກໍໄດ້ຮັບຟັງການບັນຍາຍ ແລະ ເບິ່່ງ ວິດີໂອ ວີທີອາຣ໌ ຫຼັງຈານັ້ນກໍຍ່າງທົວສະຖາບັນ VISTEC










 
                             ບໍ່ຈື່ວ່າເວົ້າເລື່ອງຫຍັງກັນຈຶ່ງຫົວ 55++ ແຕ່ເວົ້າກັນມ່ວນນະ



-       - ເວລາ 9.30 – 11.30 ອອກເດີນທາງໄປ ໂຮງງານແຍກກາສພີທີທີ ທີ່ຣະຍອງ ພ້ອມກັບກິນເຂົ້າໝົມລະຫວ່າງທາງເມືອມາເຖິງສະຖານທີ່ແລ້ວ ພວກເຮົາກໍໄດ້ເບິ່ງ ແລະ ຮັບຟັງວິດີໂອການແນະນໍາກ່ຽວກັບໂຮງງານໂດຍລວມ ແລະ ພ້ອມທັງຍ່າງເລາະໂຮງງານແຍກກາສ


                                                          






-       - 12.30 – 13.45 ກໍເຖິງເວລາອອກເດີນທາງໄປທະເລ (Yao beach) ທີ່ Sattahip Naval Base ພ້ອມໆທັງກິນເຂົ້າທ່ຽງເທິງລົດເມ ໂຕນີີມັກສຸດ 55++ ເພາະມີກິດຈະກຳຫຼິ້ນຫລາຍທັງປຽກທັງມ່ວນ ນອກນັ້ນຍັງກິນເຂົ້າແຄມທະເລ ໄດ້ບັນຍາກາດໄປອີກ ຫະໆໆໆໆໆ ຢາກບອກຕຶ່ມວ່າທະເລໄປນີ້ແມ່ນທະເລສ່ວນຕົວທີ່ເພິ່ນຈັດໃຫ້ໂຄດສະອາດງາມຕາ ສະບາຍ ມີອິດສະຫລະກັບການຫຼິ້ນ ວິວທິວທັດແມ່ນສວຍງາມ.


-      -  13.45 – 15.30 ມາຮອດໄລຍະພັກຜ່ອນຍ່ອນໃຈທີ່ທະເລ ນຳພາໂດຍ Ajarn Nucharee Yongmunkongkul and Ajarn Supang Chirarattanawanna


-      -  15.30 – 17.30 ກິດຈະກຳດຳນ້ຳ ໂຕນີ້ກະເປັນປະສົບການທຳອິດໃນການດຳນ້ຳ ສຳລັບຜູ້ທີ່ລອຍນໍ້າບໍ່ເປັນເພິ່ນກໍຈະມີຜູ້ຊ່ວຍໃນການດໍານ້ຳ ສຳລັບຂ້ອຍເອງແມ່ນ ດິ້ນໃນນໍ້າດົນເຕີມກ່ອນຂຶ້ນມາຝັ່ງໄດ້ 55++ ເພາະເສັ້ນທາງດໍານໍ້າທີ່ເພິ່ນກໍານົດກະໄກພໍສົມຄວນ ຫະໆໆໆ ຫຼັງຈາກນັ້ນກໍກິນເຂົ້າແລງຮ່ວມກັນຢ່າງແຊບນົວ ໂດຍສະເພາະຕຳໝາກຮຸ່ງປີ້ໄກ່ 55++
 













-       - 18.00 – 19.30 ເດີນທາງກັບສຸນຝຶກອົບຮົມ ແລະ ການປະຊຸມ


- 20.00 – 22.00 ກິດຈະກຳ Biz Challenge In ASEAN Class ໂດຍ Ajarn Krongjit Chatuparisoot ຫຼັງຈາກນັ້້ນກິນເຂົ້າແລງກໍກັບຫ້ອງນອນພັກຜ່ອນ











Ø  ວັນທີ 23


-       - 8.00 – 10.00 ກິດຈະກຳຄວາມທ້າທາຍກ່ຽວກັບທຸລະກິດ ໂດຍ Ajarn Krongjit Chatuparisoot ພ້ອມກັບການຕຽມບົດພຣີເຊັນກຸ່ມ ຫຼັງອາການເຊົ້າ


-       ຕໍ່ຈາກການພັກຜ່ອນ ແມ່ນເປັນຊ່ວງໄລຍະເວລາກິດຈະກຳ Biz Challenge in ASEAN class ໂດຍ Ajarn Krongjit Chatuparisoot ແລະ ຕໍ່ວຽກກຽມພ້ອມພຣີເຊັນ


-       - 11.30 – 12.00 ກິດຈະກຳພິເສດ ໂດຍ Ajarn Nucharee Yongmunkongkul ຫຼັງຈາກນັ້ນກໍພັກກິນເຂົ້າທ່ຽງ


-       - 12.30 – 16:30 ພຣີເຊັນບົດຄວາມທ້າທາຍກ່ຽວກັບທຸລະກີດຢູ່ໃນຫ້ອງອາຊຽນ ຮອບທຳອິດແມ່ນ 4 ທີມ ໂດຍ 15 ນາທີ ພຣີເຊັນ 10 ນາທີສຳລັບຖາມແລະຕອບ ຫຼັງຈາກນັ້ນພັກຜ່ອນ 15 ນາທີ ແລະ ຕໍ່ພຣີເຊັນ ອີກ 5 ທີມທີ່ເຫຼືອ
             ແຕ່ກ່ອນເລີ່ມງານກໍພາກັນຄາຍເສັ້ນ ຜ່ອນຄາຍຈິດໃຈຂອງມື້ນີ້












-      - 16.30 -17.30 ຕຽມການສະແດງງານວັດທະນະທຳ ແລະ ແຕ່ງບູດຂອງປະເທດໃຜລາວພ້ອມດ້ວຍແນະນຳກ່ຽວກັບປະເທດ ແລະ ສິ່ງທີ່ຕຽມມາຈາກປະເທດຂອງຕົນ


-     -  17.30 - 18.30 ກິນເຂົ້າແລງ


-     - 18.30 – 22.00 ຮອດງານວັດທະນະທຳ ແລະ ເປັນຄໍ່າຄືນແຫ່ງຄວາມເສົ້າເພາະຈະໄດ້ຈາກລາກັນອີກມື້ສອງມື້ ຫຼັງຈາກນັ້ນກໍມີກິດຈະກຳເສີມ ໂດຍ Ajarn Nucharee Yongmunkongkul and Ajarn Supang Chirarattanawanna ໄລຍະເວລານີ້ແມ່ນເສົ້າຫຼາຍໆ ເພາະແຕ່ລະຄົນກະມີແຕ່ຄິດວ່າໄລຍະເວລາໂຄງການສັ້ນເກີນໄປຢາກຢູ່ຕໍ່ອີກເພາະຄິດຮອດໝູ່ແຕ່ລະຄົນ (ໄດ້ແຕ່ເວົ້າແລະຄິດຊື່ໆ) ແຕ່ແນວໃດເມື່ອຮອດຍາມເຮົາກໍຕ້ອງໄດ້ກັບບ້ານເກີດຂອງຕົນ. ຫຼັງຈາກງານເສັດສິ້ນຂອງມື້ນີ້ຫຼາຍຄົນກໍພາກັນເຊັດນ້ຳຕາແລະປອບໃຈເຊິ່ງກັນແລະກັນດ້ວຍຄວາມອົບອຸ່ນຫລາຍໆ.











Ø  ວັນທີ 24


-       7.00 – 8.30 ກິນເຂົ້າເຊົ້າ ແລະ ແຊັກເອົ້າອອກຈາກບ້ານພັກລິມທະເລ ເພື່ອໄປຢ້ຽມຢາມ Khao Bo Ya gas terminal ພ້ອມທັງຮັບຟັງວິດີໂອການແນະນຳກ່ຽວກັບ Khao Bo Ya gas terminal ພ້ອມທັງບັນຍາຍກ່ຽວກັບແນວຄວາມຄິດການຕະຫຼາດ ຫຼັງຈາກນັ້ນກໍຍ່າງທົວ ແລະ ກິນເຂົ້າທ່ຽງ








-       - 12.30 – 15.00 ຕຽມງານປິດທ້າຍງານຄ້າຍພີທີທີ ແລະ ພ້ອມອອກເດີນທາງກັບໄປພັກທີ່ໂຮງແຮມ ຫຼຸຍສຕາເວີນ ພ້ອມກັບກິນເຂົ້າໜົມທີ່ຕຽມໃຫ້ໄປຕາມທາງກັບ ເມື່ອກັບຮອດກໍພາກັນພັກຜ່ອນ.
 






-      -  19.00 – 22.00 ງານລວມຕົວພີທີີທີ ເພື່ອສົ່ງເສີມ ແລະ ສ້າງສຳພັນທະມິດທີ່ດີຕໍ່ກັນ

-       - 22.00 ພັກຜ່ອນ ບາງກຸ່ມກໍກັບປະເທດບ້ານເກີດຕົນເອງ ສ່ວນທີ່ເຫຼືອແມ່ນເດີນທາງກັບວັນຕໍ່ໄປ



Ø  ວັນທີ 25

-       06.00 ກິນອາຫານເຊົ້າ ຫຼັງຈາກນັ້ນເດີນທາງໄປ ທີ່ສະໜາມບິນ
ແຕ່ກຸ່ມລາວເຮົາ ຫຼື ບາງກຸ່ມ ແມ່ນຍັງໄປເລາະຕໍ່ຈົນຮອດຕອນແລງຈຶ່ງໄປສະໜາມບິນກັບປະເທດ ໂຄງການເພິ່ນກະຍັງໃຈດີພາເຮົາເດີນທາງຕາມສະຖານທີ່ທີ່ເຮົາຢາກໄປ ອີກຢ່າງໄດ້ໄປກໍ່ຍ້ອນມີຜູ້ປຶກສາກຸ່ມເຮົາດີ ຄື ເອື້້ອຍ ຕຸລີ່ (Sis Toulee)



 




ຂໍຂອບໃຈປຕທທີ່ຈັດໃຫ້ມີໂປຣແກຣມດີໆແບບນີ້
ແລະ
ຂອບໃຈທຸກໆຄົນທີ່ອ່ານຈົນຈົບ
ໃຫ້ຮູບພາບເປັນຕົວບັນຍາຍທຸກຢ່າງ ເພາະຍັງມີຫຼາຍຢ່າງທີ່ບໍ່ໄດ້ຂຽນລົງຕື່ມ
ແຕ່
ຖ້າໃຜມີຄວາມສົນໃຈແມ່ນສາມາດຕິດຕາມເຟສບຸກເພິ່ນຕາມລິງຂ້າງລຸ່ມນີ້ ເພາະຍັງມີຮູບກິດຈະກຳການເຄື່ອນຕ່າງທີ່ໂຄງການເພິ່ນດໍາເນີນງານຢູ່:



Ø  www.facebook.com/PTTSeedingTheFuture
PTT believes in the potential of ASEAN youth!
Come join us to shape our sustainable future!




ແລະ ອີກບໍ່ດົນໂປຣແກຣມເພິ່ນກໍຈະເປີດຂຶ້ນແລ້ວ ລໍຖ້າຕິດຕາມໄດ້ເລີຍເດີ ສຳລັບ ຄ້າຍ ປຕທ ລຸ້ນທີ 4 ປີ 2018
ຂໍໃຫ້ທຸກທ່ານຈົ່ງໂຊກດີ
ເພີ່ມເຕີມ:
Www.Chonny-THONGDENG.blogspot.com
->ແລະຖ້າຕິດຕາມປະສົບການອື່ນໆໄດ້ອີກ


Comments

Popular posts from this blog